• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສໍາມະນາວ່າດ້ວຍການດໍາເນີນສ້າງ “ຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ”

      ຕອນເຊົ້າວັນທີ 28 ຕຸລາ, ຢູ່ຮ່າໂນ້ຍ, ກະຊວງແຮງງານ-ທະຫານເສຍອົງຄະ ແລະ ສັງຄົມ, ກອງທຶນເດັກແຫ່ງ ສປຊ ແລະ ຄະນະເລຂາ ອາຊຽນ ໄດ້ໄຂກອງປະຊຸມສໍາມະນາວ່າດ້ວຍການດໍາເນີນການສ້າງຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ”.

ກອງປະຊຸມສໍາມະນາວ່າດ້ວຍການດໍາເນີນການສ້າງຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ” (ພາບ: TTXVN)
      ຕາມບັນດາຜູ້ແທນທີ່ເຂົ້າຮ່ວມກອງປະຊຸມສໍາມະນານີ້ແລ້ວ, ຕໍ່ໜ້າບັນດາການປ່ຽນແປງໃໝ່ຂອງໂລກ ໄດ້ມີກາລະໂອກາດ ແລະ ສິ່ງທ້າທາຍຫຼາຍຢ່າງສໍາລັບຫວຽດນາມ ກໍຄືບັນດາປະເທດ ອາຊຽນໃນການພັດທະນາເສດຖະກິດ-ສັງຄົມ. ຫວຽດນາມ ຍາມໃດກໍຖືເລື່ອງຍົກສູງຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນເປັນສໍາຄັນ ແລະ ສິ່ງດ່ັງກ່າວ ໄດ້ຕັ້ງບັນຫາ ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມຫຼາຍຢ່າງເພື່ອພັດທະນາວຽກງານສັງຄົມເປັນຢ່າງດີ, ຕອບສະໜອງໄດ້ຄວາມຕ້ອງການໃນປັດຈຸບັນ.
        ກອງປະຊຸມສໍາມະນາ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມປາດຖະໜາຢາກສົມທົບກັບບັນດາປະເທດ ອາຊຽນ ແລະ ອົງການ UNICEF ພ້ອມດ້ວຍບັນດາຄູ່ຮ່ວມມືອື່ນ ສ້າງຖະແຫຼງການ ອາຊຽນ ກ່ຽວກັບການພັດທະນາວຽກງານສັງຄົມ, ເຊິ່ງຄາດວ່າ ຈະຍື່ນສະເໜີຕໍ່ບັນດາການນໍາ ອາຊຽນ ໃນເດືອນ ພະຈິກ 2020 ເພື່ອຮັບຮອງເອົາ ແນໃສ່ຢັ້ງຢືນການສະໜັບສະໜູນທາງດ້ານການເມືອງ ແລະ ຄໍາໝັ້ນສັນຍາຂອງ ອາຊຽນ ທີ່ມີຕໍ່ການພັດທະນາວຽກງານສັງຄົມໃນພາກພື້ນ ໃນໄລຍະຈະມາເຖິງ, ມຸ່ງໄປສູ່ເປົ້າໝາຍບໍ່ປະໃຫ້ຜູ້ໃດຖືກຕົກຢູ່ເບື້ອງຫຼັງ ຂອງ ສປຊ.
 (ແຫຼ່ງຄັດຈາກ VOV)

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ຖະ​ແຫຼງຂ່າວໃຫ້​ຕ່າງ​ປະ​ເທດ​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ປັດ​ໄຈ​ຍຸດ​ທະ​ສາດ​ໃນ​ພະ​ລັງ​ງານ​​ແຮງອ່ອນ​ສັງ​ລວມ​ແຫ່ງ​ຊາດ

ພິທີມອບລາງວັນແຫ່ງຊາດກ່ຽວກັບການຖະແຫຼງຂ່າວໃຫ້ຕ່າງປະເທດຄັ້ງທີ XI ປີ 2025 ໄດ້ດຳເນີນໃນຕອນຄ່ຳວັນທີ 12 ທັນວາ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນໃນເຫດການນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ວຽກງານຖະແຫຼງຂ່າວໃຫ້ຕ່າງປະເທດແມ່ນປັດໄຈຍຸດທະສາດໃນກຳລັງແຮງອ່ອນແຫ່ງຊາດ. ທ່ານກໍສະເໜີໃຫ້ສ້າງຖັນແຖວພະນັກງານເຮັດວຽກງານຖະແຫຼງຂ່າວຕ່າງປະເທດ ທີ່ມີຈັນຍາບັນ, ມີພູມປັນຍາຢ່າງຫຼັກແຫຼມ, ມີຫົວຄິດປະດິດສ້າງ, ມີຄວາມຮັບຜິດຊອບ, ມີຄວາມສຸດຈິດສຸດໃຈ, ມີວິໄສທັດ.

Top