• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສໍາມະນາ ມະຫາສະໝຸດອິນເດຍ ຄັ້ງທີ 3 ເນັ້ນໜັກຄວາມສໍາຄັນຂອງຄວາມປອດໄພໃນການເດີນທະເລ

ມະຫາສະໝຸດອິນເດຍ ແມ່ນເຂດທະເລທີ່ມີຄວາມສໍາຄັນເປັນຢ່າງຍິ່ງ...


ທ່ານນາງລັດຖະມົນຕີອິນເດຍ Sushma Swaraj  ກ່າວຄໍາເຫັນທີ່ກອງປະຊຸມ

(ພາບ: toquoc.vn)

ທີ່ກອງປະຊຸມສໍາມະນາ ມະຫາສະໝຸດອິນເດຍ ຄັ້ງທີ 3 ດ້ວຍຫົວຂໍ້ວ່າ “ມຸ່ງໄປເຖິງການກໍ່ສ້າງໂຄງສ້າງ ໃນການປ້ອງກັນຄວາມໝັ້ນຄົງຢູ່ພາກພື້ນ” ພວມດໍາເນີນຢູ່ຮ່າໂນ້ຍ, ບັນດາຜູ້ແທນເຂົ້າຮ່ວມແມ່ນນັກຮຽນຮູ້, ນັກຊ່ຽວຊານ ໄດ້ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາຄວາມເສລີ, ຄວາມໝັ້ນຄົງ, ຄວາມປອດໄພໃນການເດີນທາງທະເລ, ຖືນີ້ແມ່ນປັດໄຈສໍາຄັນ ເພື່ອຮ່ວມມື, ຂຸດຄົ້ນແຫຼ່ງຜົນປະໂຫຍດຈາກມະຫາສະໝຸດອິນເດຍ ແລະ ກໍ່ສ້າງໂຄງສ້າງໃນພາກພື້ນ.

        ທ່ານນາງລັດຖະມົນຕີອິນເດຍ Sushma Swaraj ເນັ້ນໜັກວ່າ ມະຫາສະໝຸດອິນເດຍ ແມ່ນເຂດທະເລທີ່ມີຄວາມສໍາຄັນເປັນຢ່າງຍິ່ງ, ປະກອບສ່ວນເຂົ້າໃນການເຕີບໂຕຂອງບັນດາປະເທດ, ເຊື່ອມຕໍ່ລະຫວ່າງ ມະຫາສະໝຸດອິນເດຍ ກັບ ປາຊີຟິກເວົ້າລວມ ແລະ ອິນເດຍ ກັບ ອາຊຽນ ແລະ ຫວຽດນາມ ເວົ້າສະເພາະ, ບໍ່ພຽງແຕ່ແມ່ນຂົວເຊື່ອມຕໍ່ຢູ່ທະເລເທົ່ານັ້ນ, ຫາກຍັງແມ່ນການແບ່ງປັນ ກ່ຽວກັບວິໄສທັດ, ຄວາມປາດຖະໜາຢາກມີກົນໄກພາກພື້ນ ເພື່ອສ້າງເງື່ອນໄຂແກ້ໄຂອາດຊະຍາກໍາແບບເກົ່າ ແລະ ແບບໃໝ່, ໃນນັ້ນ ມີຄວາມປອດໄພໃນການເດີນທະເລ. ອິນເດຍ ໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ຜັນຂະຫຍາຍນະໂຍບາຍມຸ່ງໄປເຖິງທິດຕາເວັນອອກຢ່າງແຮງ, ທ່ານນາງ Sushma Swaraj ເນັ້ນໜັກວ່າ:

        “ພວກເຮົາຖື ອາຊຽນ ແມ່ນສູນໂຄງສ້າງການເດີນທະເລຂອງພາກພື້ນ ໂດຍສະເພາະແມ່ນຄວາມສໍາຄັນຂອງການເດີນທະເລ ອັນໄດ້ຊຸກຍູ້ບັນດາໂຄງການເພື່ອໃຫ້ອາຊີໃຕ້ ແລະ ອາຊີຕາເວັນອອກສ່ຽງໃຕ້, ສວມບົດບາດສໍາຄັນເພື່ອເພີ່ມທະວີ, ຊຸກຍູ້ການປ້ອງກັນຄວາມໝັ້ນຄົງໃນການເດີນທະເລ, ສຸມໃສ່ເຊື່ອມຕໍ່ຢູ່ທະເລ, ສ້າງທ່າກໍ່າປັນທະເລແຫ່ງໃໝ່, ກໍ່ສ້າງທາງລົດໄຟ, ສ້າງພື້ນຖານໂຄງລ່າງ Logistic.  ອິນເດຍກໍຖືວ່າ ການເຊື່ອມຕໍ່ໃນຂົງເຂດທາງລົດໄຟ, ທາງນໍ້າ, ແລກປ່ຽນສາທາລະນະສຸກ ແລະ ການສຶກສາ ແມ່ນການເຊື່ອມຕໍ່ທີ່ສໍາຄັນ”.

        ໃນການເຮັດວຽກເປັນເວລາສອງວັນ, ກອງປະຊຸມສໍາມະນາຄັ້ງນີ້ ໄດ້ມຸ່ງໄປເຖິງການຮັກສາສັນຕິພາບ, ສະຖຽນລະພາບ, ພັດທະນາ ກໍຄືການເຊື່ອມຕໍ່ໃນພາກພື້ນ ມະຫາສະໝຸດອິນເດຍ - ອາຊີ - ປາຊີຟິກ, ຜ່ານການປຶກສາຫາລືບັນດາບັນຫາເສດຖະກິດ, ການຄ້າ, ການປ້ອງກັນຄວາມໝັ້ນຄົງໃນໂຄງສ້າງຂອງພາກພື້ນ ທີ່ພວມເປັນຮູບປະທໍາ. ຈາກນັ້ນ, ສະເໜີແນະບັນດາເນື້ອໃນຮ່ວມມືລະຫວ່າງບັນດາປະເທດກ່ຽວຂ້ອງ ກ່ຽວກັບການສ້າງຄວາມໄວ້ເນື້ອເຊື່ອໃຈ, ເຄົາລົບນັບຖືບັນດາມາດຖານ ແລະ ກົດໝາຍສາກົນ, ແກ້ໄຂວັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ, ການຄຸ້ມຄອງທະເລ ແລະ ແກ້ໄຂອາດຊະຍາກໍາແບບໃໝ່ຢູ່ທະເລ.

(ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top