• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສູນກາງພັກຄັ້ງທີ 6 ຊຸດທີ 12: ພິຈາລະນາ ແລະ ຕັດສິນຫຼາຍບັນຫາສຳຄັນ,ກະທົບໂດຍກົງເຖິງຊີວິດການເປັນຢູ່

      ສະພາບການເສດຖະກິດ - ສັງຄົມ ແລະ ການເງິນ - ທະນາຄານປີ 2017, ແຜນພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານປີ 2018…
      ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ
      ຕອນເຊົ້າວັນທີ 4 ຕຸລາ, ກອງປະຊຸມຄັ້ງທີ 6 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ 12 ໄດ້ໄຂຂຶ້ນຢ່າງສົມກຽດຢູ່ນະຄອນຫຼວງຮ່າໂນ້ຍ. ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ກ່າວຄຳເຫັນໄຂກອງປະຊຸມ. ທີ່ກອງປະຊຸມຄັ້ງນີ້, ຄະນະບໍລິຫານງານສູນກາງ ໄດ້ປຶກສາຫາລື, ປະກອບຄຳເຫັນກ່ຽວກັບ: ສະພາບການເສດຖະກິດ - ສັງຄົມ ແລະ ການເງິນ - ທະນາຄານປີ 2017, ແຜນພັດທະນາເສດຖະກິດ, ສັງຄົມ ແລະ ແຜນງົບປະມານປີ 2018… ກ່ຽວກັບບາງບັນຫາສືບຕໍ່ປ່ຽນໃໝ່, ຈັດຕັ້ງກົງຈັກຂອງລະບົບການເມືອງໃຫ້ກະທັດລັດ, ເຄື່ອນໄຫວຢ່າງມີ ປະສິດທິພາບ, ມີປະສິດທິຜົນ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ໄດ້ຊີ້ແຈ້ງວ່າ:
        ສະເໜີໃຫ້ບັນດາສະຫາຍສຸມໃສ່ຄົ້ນຄ້ວາຕີລາຄາພາວະວິໄສ, ຮອບດ້ານກ່ຽວກັບສະພາບການ ແລະ ສາຍເຫດ, ພິເສດ ແມ່ນບັນດາສາຍເຫດຂອງສິ່ງຈຳກັດ ແລະ ອ່ອນດ້ອຍ. ພ້ອມທັງ, ຈາກບົດຮຽນນຳພາຄຸ້ມຄອງບ່ອນປະຕິບັດງານ, ຄົ້ນຄ້ວາ, ໝູນໃຊ້ບັນດາບົດຮຽນທີ່ຖອດຖອນມາໄດ້, ຈາກການສະຫລຸບທິດສະດີ ຕະຫຼອດຮອດພຶດຕິກຳຕົວຈິງຜ່ານ 30 ປີແຫ່ງການປ່ຽນໃໝ່, ສຸມໃສ່ປະກອບສ່ວນຫຼາຍຄຳເຫັນຊັດເຈນ, ເພີ່ມເຕີມ ແລະ ສ້າງທັດສະນະ, ເປົ້າໝາຍ ແລະ ໜ້າທີ່ມາດຕະການແກ້ໄຂໃນໄລຍະຈະມາເຖິງໃຫ້ສົມບູນແບບ.
        ກ່ຽວກັບບັນຫາສືບຕໍ່ປ່ຽນໃໝ່ລະບົບການຈັດຕັ້ງ ແລະ ຄຸ້ມຄອງ, ຍົກສູງຄຸນນະພາບ ແລະ ມີປະສິດທິຜົນການເຄື່ອນໄຫວຂອງບັນດາຫົວໜ່ວຍພາລະກິດຂອງລັດ, ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ເນັ້ນໜັກວ່າ:
        ເອົາໃຈໃສ່ໄຈ້ແຍກຢ່າງເລິກກ່ຽວກັບຄວາມໝາຍ, ຄວາມສຳຄັນຂອງການສືບຕໍ່ຍູ້ແຮງການປ່ຽນໃໝ່ບັນດາຫົວໜ່ວຍພາລະກິດຂອງລັດ ກໍ່ຄືປ່ຽນໃໝ່ລັດວິສາຫະກິດ, ຕ້ອງປະຕິບັດຢ່າງຄົບຊຸດ, ຂ້ຽວຂາດ ແຕ່ຕ້ອງລະມັດລະວັງ, ໜັກແໜ້ນ ແລະ ຕັ້ງໃນແຜນການສັງລວມສືບຕໍ່ປ່ຽນໃໝ່ການຈັດຕັ້ງກົງຈັກຂອງລະບົບການເມືອງ, ຄວາມຈຳເປັນຕ້ອງຍູ້ແຮງການຫັນການບໍລິການຂອງລັດເປັນວຽກງານສັງຄົມ, ເສີມຂະຫຍາຍດ້ານຕັ້ງໜ້າ, ສະກັດກັ້ນດ້ານຫຍໍ້ທໍ້ຂອງກົນໄກການຕະຫຼາດ, ເຊື່ອມໂຍງເຂົ້າກັບສາກົນ.
 (ແຫຼ່ງຄັດຈາກ VOV)
 

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

UNESCO ອະນຸມັດຜ່ານການດັດປັບເຂດແດນມໍລະດົກໂລກລວມມີ 2 ປ່າສະຫງວນແຫ່ງຊາດ ຫວຽດນາມ ແລະ ລາວ

ເລື່ອງປ່າສະຫງວນແຫ່ງຊາດ 2 ແຫ່ງດັ່ງກ່າວໄດ້ຮັບການຮັບຮອງຈາກ UNESCO ຈະເປັນແບບຢ່າງໃຫ້ແກ່ການຄຸ້ມຄອງມໍລະດົກໂລກແບບຮ່ວມຊາຍແດນ

Top