• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຸດຍອດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ການາດາ,ອາຊຽນ-ອີຢູ

      ຕອນເຊົ້າວັນທີ 14 ພະຈິກ, ຢູ່ມານີລາ ປະເທດ ຟີລິບປີນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ພ້ອມດ້ວຍຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ -ການາດາ, ອາຊຽນ - ອີຢູ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ບັນດາການນຳ ອາຊຽນ, ການາດາ
      ທີ່ກອງປະຊຸມສຸດຍອດສະເຫລີມສະຫລອງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ-ການາດາ, ການາດາ ຢືນຢັນ ຈະສົມທົບຢ່າງແຫນ້ນແຟ້ນກັບ ອາຊຽນ ໃນການຊຸກຍູ້ການຜັນຂະຫຍາຍປະສິດທິຜົນແຜນການດຳເນີນງານ 2016-2020, ເພີ່ມທະວີການຫນູນຊ່ວຍ ອາຊຽນ ໃນຄວາມມານະພະຍາຍາມສ້າງປະຊາຄົມ ແລະ ປັບປຸງບົດບາດໃຈກາງຂອງ ອາຊຽນ. ສິ້ນສຸດກອງປະຊຸມ, ບັນດາການນຳໝັ້ນໝາຍຮ່ວມແຮງຮ່ວມໃຈສ້າງສາໂລກອັນດີງາມກວ່າ, ປອດໄພກວ່າ ແລະ ວັດທະນາຖາວອນກວ່າ ໃຫ້ແກ່ປະຊາຊົນໃນພາກພື້ນ ແລະ ໃນໂລກ.
ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊີ້ແຈ້ງ 3 ຂົງເຂດບຸລິມະສິດຄວນຊຸກຍູ້ການຮ່ວມມື ແລະ ສະເຫນີ ການາດາ ຫນູນຊ່ວຍ ອາຊຽນ ຍົກສູງກຳລັງຄວາມສາມາດຮັບປະກັນຄວາມໝັ້ນຄົງຢູ່ທະເລ, ບຳລຸງສ້າງນັກຊ່ຽວຊານດ້ານກົດໝາຍ ແລະ ແບ່ງປັນບົດຮຽນໃນການແກ້ໄຂຄວາມຂັດແຍ້ງກັນຢູ່ທະເລດ້ວຍກົດໝາຍສາກົນ.
ທີ່ກອງປະຊຸມສຸດຍອດສະເຫລີມສະຫລອງ 40 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາຊຽນ -ອີຢູ, ບັນດາການນຳ ອາຊຽນ ແລະ ອີຢູ ເຫັນດີສືບຕໍ່ຊຸກຍູ້ການຜັນຂະຫຍາຍແຜນການດຳເນີນງານ ອາຊຽນ - ອີຢູ ໄລຍະ 2018- 2022 ຢ່າງມີປະສິດທິຜົນ, ເນັ້ນຫນັກເພີ່ມທະວີການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການເຊື່ອມຕໍ່ກວ່າອີກ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ: ອາຊຽນ ແລະ ອີຢູ ຄວນສົມທົບກັນຢ່າງແຫນ້ນແຟ້ນໃນວິວັດການຜັນຂະຫຍາຍບັນດາໂຄງການຮ່ວມມືດ້ານເສດຖະກິດ, ການຄ້າ.
ຕອນບ່າຍວັນດຽວກັນ, ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນຄັ້ງທີ 31 ແລະບັນດາກອງປະຊຸມກ່ຽວຂ້ອງ, ບັນດາການນຳ ອາຊຽນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊີຕາເວັນອອກຄັ້ງທີ 12 ກັບ 8 ປະເທດຄູ່ຮ່ວມມື: ຈີນ, ຍີ່ປຸ່ນ, ສເກົາຫລີ, ອິນເດຍ, ອົດສະຕາລີ, ນິວຊີແລນ, ອາເມລິກາ ແລະ ລັດເຊຍ. ກອງປະຊຸມສຸດຍອດ ອາຊຽນ - ອິນເດຍ ຄັ້ງທີ 15 ແລະເຫດການອື່ນອີກ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top