
ທ່ານນາງປະທານສະພາແຫ່ງຊາດ ລາວ ແລະ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຳມະນາ
ເຂົ້າຮ່ວມກອງປະຊຸມສຳມະນາຝ່າຍ ຫວຽດນາມ ມີ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ, ທ່ານນາງຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ຕ່ອງທິຝອງ, ສ່ວນຝ່າຍ ລາວ ມີ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍຕູ້, ທ່ານນາງຮອງປະທານສະພາແຫ່ງຊາດ ລາວ ສີໄສ ລືເດດມູນສອນ. ກອງປະຊຸມສຳມະນາໄດ້ສຸມໃສ່ປຶກສາຫາລື 3 ຫົວຂໍ້ສຳຄັນຄື: ສັງລວມກ່ຽວກັບບົດບາດຂອງສະມາຊິກສະພາແຫ່ງຊາດຍິງ ໃນການເຄື່ອນໄຫວສະພາແຫ່ງຊາດ, ບົດຮຽນຂອງສະມາຊິກສະພາແຫ່ງຊາດຍິງ ໃນການສ້າງກົດໝາຍ; ບົດຮຽນຂອງສະມາຊິກສະພາແຫ່ງຊາດຍິງ ໃນການຕິດຕາມເຄື່ອນໄຫວການປະຕິບັດກົດໝາຍ. ພ້ອມກັນນັ້ນ, ບັນດາສະມາຊິກສະພາແຫ່ງຊາດຍິງ ສອງປະເທດ ຈະພ້ອມກັນເຂົ້າຮ່ວມການເຄື່ອນໄຫວຢ້ຽມຢາມທັດສະນະສຶກສາຕົວຈິງ ຢູ່ແຂວງກວາງນາມ ແລະ ຢ້ຽມຊົມບັນດາທັດສະນີຍະພາບຂອງ ນະຄອນດານັ້ງ ແລະ ຂອງ ກວາງນາມອີກດ້ວຍ.
(ແຫຼ່ງຄັດຈາກ VOV)