• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti

      ກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti ວ່າດ້ວຍຫົວຂໍ້ “ ຮ່ວມມືເສດຖະກິດໃນກຸ່ມອາຊຽນ ” ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 80 ຄົນທີ່ມາຈາກ 10 ປະເທດອາຊຽນ

ກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti 
      ແຕ່ວັນທີ 1 ຫາວັນທີ 4 ສິງຫາ, ໄດ້ດຳເນີນກອງປະຊຸມສຳມະນາຂໍ້ລິເລີ່ມຜູ້ນຳໜຸ່ມອາຊີຕາເວັນອອກສ່ຽງໃຕ້ Ecommuniti ວ່າດ້ວຍຫົວຂໍ້ “ ຮ່ວມມືເສດຖະກິດໃນກຸ່ມອາຊຽນ ” ອັນໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນ 80 ຄົນທີ່ມາຈາກ 10 ປະເທດອາຊຽນ. ກອງປະຊຸມສຳມະນາຖືກດຳເນີນເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງອາຊຽນ ແລະ 40 ປີແຫ່ງວັນສ້າງສາຍພົວພັນອາເມລິກາ-ອາຊຽນ. ທ່ານເອກອັກຄະລັດຖະທູດອາເມລິກາປະຈຳຫວຽດນາມ Ted Osius, ຜູ້ຕາງໜ້າກະຊວງສຶກສາ ແລະ ກໍ່ສ້າງຫວຽດນາມ ແລະ ເອກອັກຄະລັດຖະທູດຂອງ 9 ປະເທດທີ່ຍັງເຫຼືອຂອງອາຊຽນໄດ້ພົບປະແລກປ່ຽນກັບບັນດາຜູ້ແທນຊາວໜຸ່ມທີ່ເຂົ້າຮ່ວມເຫດການກ່ຽວກັບອະນາຄົດຂອງການຮ່ວມມືເສດຖະກິດໃນພາກພື້ນອາຊຽນ.
 (ແຫຼ່ງຄັດຈາກ VOV)

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ການນຳກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ ເຂົ້າອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ

ທ່ານ ພົນຕີ ເລ ກວກ ຮຸ່ງ, ຮອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ຫວຽດນາມ, ປະທານກອງປະຊຸມ ຫວຽດນາມ-ລາວ ໃນກຳລັງປ້ອງກັນຄວາມສະຫງົບປະຊາຊົນ, ໄດ້ເຂົ້າຢ້ຽມຢາມ ແລະ ອວຍພອນ ທ່ານ ພົນເອກ ວິໄລ ຫຼ້າຄຳຟອງ, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ.

Top