• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາສາກົນຢູ່ໂປໂລຍແມ່ນສຸມໃສ່ບັນຫາທະເລຕາເວັນອອກ

      ກອງປະຊຸມສຳມະນາສາກົນ: “ການພົບປະອາຊີຕາເວັນອອກ” ຄັ້ງທີ 13 (LEAM) ດ້ວຍຫົວຂໍ້ວ່າ “ບັນດາການປ່ຽນແປງສິດອຳນາດຢູ່ ອາຊີ ຕາເວັນອອກ: ແງ່ຫວັງການພົວພັນ ອາຊີ - ເອີລົບ” ຫາກໍ່ດຳເນີນໄປຢູ່ ນະຄອນ Lodz  ປະເທດ ໂປໂລຍ.

ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຳມະນາ
      ກອງປະຊຸມສຳມະນາ ໂດຍມີການເຂົ້າຮ່ວມຂອງບັນດານັກຮຽນຮູ້, ນັກຄົ້ນຄ້ວາມາຈາກ ໂປໂລຍ, ອັງກິດ, ເຢຍລະມັນ, ຮຸງກາຣີ, ລັດເຊຍ, ຈີນ, ຍີ່ປຸ່ນ, ອິນໂດເນເຊຍ.. ຈຸດພິເສດຂອງກອງປະຊຸມສຳມະນາຄັ້ງນີ້ ແມ່ນຄັ້ງທຳອິດຈັດກອງປະຊຸມປືກສາຫາລືກ່ຽວກັບບັນຫາທະເລຕາເວັນອອກ ດ້ວຍຫົວຂໍ້ວ່າ: “ຄວາມຂັດແຍ້ງຢູ່ທະເລຕາເວັນອອກ ແລະ ຄວາມປອດໄພໃນການເດີນທະເລຢູ່ ອາຊີ” ໂດຍ ສາດສະດາຈານ, ປອ Malgorzata Pietrasiak, ຫົວຫນ້າຄະນະຈັດຕັ້ງ ກອງປະຊຸມສຳມະນາ ເປັນປະທານ.
      ບັນດານັກຮຽນຮູ້ເຂົ້າຮ່ວມກອງປະຊຸມປຶກສາຫາລື ໄດ້ທົບທວນຄືນບັນດາການຜັນແປເປັນຫນ້າສົນໃຈໃນໄລຍະມໍ່ໆມານີ້ ຢູ່ ທະເລຕາເວັນອອກ. ຕາມບັນດານັກຮຽນຮູ້ແລ້ວ, ບັນດາການເຄື່ອນໄຫວຂອງຈີນ ຢູ່ ທະເລຕາເວັນອອກ ໄດ້ລະເມີດຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນທະເລ, ການບິນ ຢູ່ ພາກພື້ນ ເຮັດໃຫ້ວິວັດການແກ້ໄຂຄວາມຂັດແຍ້ງສັບສົນຂຶ້ນຕື່ມ.
 (ແຫຼ່ງຄັດຈາກ VOV)

                                                                                            

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ ອອກ​ຖະ​ແຫຼງ​ການ​ຮ່ວມ​ຍົກ​ລະ​ດັບ​ການ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ

ຫວຽດ​ນາມ ແລະ ກາ​ນາ​ດາ​ ໄດ້​ຕັດ​ສິນ​ໃຈ​ຍົກ​ລະ​ດັບ​ກາ​ນ​ພົວ​ພັນ​ຂຶ້ນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ເປັນຂີດໝາຍບາດ​ກ້າວ​ພັດ​ທະ​ນາ​ສຳ​ຄັນ​ໃນ​ການ​ພົວ​ພັນ​ສອງ​ປະ​ເທດ​ນັບ​ແຕ່​ເວ​ລາ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ໃນ​ປີ 1973.

Top