• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາ “ເລີ່ມຮຽບຮຽງວັດຈະນານຸກົມ ຫວຽດນາມ”

ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ
      ກອງ​ປະ​ຊຸມ​ສຳ​ມະ​ນາ​ “ເລີ່ມ​​ຮຽບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ” ໂດ​ຍ​​ສ​ະ​ຖາ​ບັນ​ດິດ​ວິ​ທະ​ຍາ​ສາ​ດ ແລະ ສັງ​ຄົມ ຫວຽດ​ນາມ, ​ສະ​ພາ​ຊີ້​ນຳ​ຮຽ​ບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ ຄະ​ນະ​ຮັບ​ຜິດ​ຊອບ​ແຜນ​ຮ່າງ​ຮຽບ​ຮຽງ​ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ ຈັດ​ຕັ້ງ ໃນ​ວັນ​ທີ 26/2 ຢູ່​ຮ່າ​ໂນ້ຍ. ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຖ​ື​ວ່າ: ວັດ​ຈະ​ນາ​ນຸ​ກົມ ຫວຽດ​ນາມ ຕ້ອງ​​ມີ​ຈຸດ​ພິ​ເສດ ແລະ ສີ​ສັນ ຫວຽດ​ນາມ, ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ແນະ​ນຳ​ບັນ​ດາ​ມໍ​ລະ​ດົກ​ປະ​ຫວັດ​ສາດ​ວັດ​ທະ​ນະ​ທຳ, ບັນ​ດາ​ຜົນ​ງານ​ດ້ານ​ວິ​ທະ​ຍາ​ສາດ ເຕັກ​ນິກ, ​ເຕັກ​ໂນ​ໂລຢ​ີ ແລະ ​ການ​ເຄື່ອນ​ໄຫວ​ການ​ເມືອງ, ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ຊຸດ​ປຶ້ມ​ວັດ​ຈະ​ນາ​ນຸ​ກົມ​ຕ້ອງ​ແມ່ນ​ສາງ​ພູມ​ປັນ​ຍາ​ທີ່​ເຂັ້ມ​ຂົ້ນ​ໄປ​ດ້ວຍ​ສີ​ສັນ​ຂອງ​ ຫວຽດ​ນາມ ໃນ​ທຸກໆ​ຂົງ​ເຂດ: ວິ​ທະ​ຍາ​ສາດ​ສັງ​ຄົມ, ວິ​ທະ​ຍາ​ສາດ​ມະ​ນຸດ​ສາດ, ວັດ​ທະ​ນະ​ທຳ ສິ​ລະ​ປະ, ວິ​ທະ​ຍາ​ສາດ​ທຳ​ມະ​ຊາດ ແລະ ເຕັກ​ໂນ​ໂລຢ​ີ, ​ການປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບ.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບ ການນຳບັນດາປະເທດ, ອົງການຈັດຕັ້ງສາກົນທີ່ເຂົ້າຮ່ວມກອງປະຊຸມສະມັດຊາໃຫຍ່ ສປຊ ຄັ້ງທີ 81

ວັນທີ 22 ກັນຍາ (ຕາມເວລາທ້ອງຖິ່ນ), ຢູ່ນະຄອນ ນິວຢອກ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ພົບປະກັບການບັນດາ ປະເທດ ແລະ ອົງການຈັດຕັ້ງສາກົນ.

Top