• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສຳມະນາສາກົນຕີລາຄາຜົນຮ້າຍຢ້ອນຫຼັງຂອງທາດພິດສີສົ້ມ

(ກອງປະຊຸມສຳມະນາສາກົນຕີລາຄາ
ຜົນຮ້າຍຢ້ອນຫຼັງຂອງທາດພິດສີສົ້ມ)
      ກອງ​ປະ​ຊຸມ​ສຳ​ມະ​ນາ​ສາ​ກົນ​ “ຕີ​ລາ​ຄາ​ຜົນ​ຮ້າຍ​ຢ້ອ​ນ​ຫຼັງ​ຂອງ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ໂດຍ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ສົງ​ຄາມ​ຢູ່​ຫວຽດ​ນາມ”, ໂດຍ​ສະ​ມາ​ຄົມ​ຜູ້​​ປະ​ສົບ​ເຄ​າະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຫວຽດ​ນາມ (1961 - 2016), ຖືກ​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 08/08, ຢູ່​ຮ່າ​ໂນ້ຍ. ເຂົ້າ​ຮ່ວມກ​ອງ​ປະ​ຊຸ​ມ​ສຳ​ມະ​ນາ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ອະ​ດີດ​ນາຍ​ົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນ Yukio Haroyama ພ້ອມ​ກັບ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ກອງ​ປະ​ຊຸມ​ສຳ​ມະ​ນານີ້​ລວມ​ມີ 2 ຫົວ​​ເລື່ອງຄື: ຫົວ​ເລື່ອງ​ກ່ຽວ​ກັບ​ສິ່ງ​ແວດ​ລ້ອມ, ​ທາດ​ພິດ​ເຄ​ມີ, ຊີ​ວະ​ນາໆ​ພັນ​; ຫົວ​ເລື່ອງ​ກ່ຽວ​ກັບ​ສາ​ທາ​ລະ​ນະ​ສຸກ ແລະ ສຸຂະ​ພາບ​ປະ​ຊາ​​ຊົນ. ມີ​ບົດ​ປະ​ກອບ​ຄຳ​ເຫັນ​ກ​ວ່າ 30 ບົດ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ ລ້ວນ​ແຕ່​ຖື​ວ່າ, ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຫວຽດ​ນາມ ຍັງ​ມີ​ຫຼາຍ​ບັນ​ຫາ​ໃຫຍ່​ທີ່​ຕ້ອງ​ສືບ​ຕໍ່​ຄົ້ນ​ຄວ້າ, ເຮັດ​ແຈ້ງ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ, ພົນ​ໂທ ຫງວຽນ​ວັນ​ຣິງ, ປະ​ທານ​ສະ​ມາ​ຄົມ​ຜູ້​ປະ​ສົບເຄ​າະ​ຮ້າຍ​ຈາກ​ທາດ​ພິດ​ສີ​ສົ້ມ/ດີ​ໂອ​ຊິນ ຢູ່​ຫວຽດ​ນາມ ຊີ້​ແຈ້ງວ່າ.
        “ລັດ​ຖະ​ບານ​ຫວຽດ​ນາມ ພ້ອມ​ກັບ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ໄດ້​ຄົ້ນ​ຄວ້າ, ສ້າງ​ບັນ​ດາ​ແຜນ​ການ​ເພື່ອ​ລ້າງ​​ທາດພິດ​​​ຕໍ່ສິ່ງ​ແວ​ດ​ລ້ອມ; ໃນ​ຕໍ່​ໜ້າ​ແມ່ນ​ສຸມ​ໃສ່​ສະ​ໜາມ​ບິນ ດ່ານັ້ງ. ຕາມ​ແຜນ​ການ​ແລ້ວ, ປີ 2017 ອາດ​ຈະ​ລ້າງທາດ​ພິດ​​ຕໍ່ສິ່ງ​ແວດ​ລ້ອມ​ຢູ່​ສະ​ໜາມ​ບິນ ດ່ານັ້ງ ສຳ​ເລັດ, ຕໍ່​ຈາກນັ້ນ​ແມ່ນ​ສະ​ໜາມ​ບິນ ບຽນ​ຮ່​ວາ. ນອກນັ້ນ, ລັດ​ຖະ​ບານ​ຫວຽດ​ນາມ ກໍ​ມີ​ແຜນ​ການ​ສຳ​ຫຼ​ວ​ດກວດ​ກາ​ຢູ່​ບັນ​ດາ​ແຫ່ງ​ອື່ນ​ທີ່​ຍັງ​ຖືກ​​ມົນ​ລະ​ພິດຕໍ່​ສິ່ງ​ແວດ​ລ້ອມ. ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ, ດ້ວ​ຍ​ການ​ສົ​ມ​ທົບ​ກັນ​ລະ​ຫວ່າງ​ລັດ​ຖະ​ບານ​ອາ​ເມ​ລິ​ກາ ແລະ ລັດ​ຖະ​ບານ​ຫວຽດ​ນາມ, ບັນ​ດາ​ຈຸດ​ຮ້ອນ​ເຮັ່ງ​ຈະ​ໄດ້​ຮັບ​ການ​ລ້າງ​ທາດ​ພິດ ແລະ ຫຼຸດ​ຜ່ອນ​ມົນ​ລະ​ພິດ​ກ່ຽວ​ກັບ​ທາດ​ພິດ​ສີ​ສົ້ມ​/ດີ​ໂອ​ຊິນ ໃນ​ປະ​ຊາ​ຊົນ​ຢູ່​ເຂດ​ອ້ອມ​ຂ້າງ”.
        ກອງ​ປະ​ຊຸມ​ຖືກ​ດຳ​ເນີ​ນ​ເປັນ​ເວ​ລາ 2 ວັນ, ແຕ​່​ວັນ​ທີ 08 – 09/08.
 (ແຫຼ່ງຄັດຈາກ VOV)

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

IAEA ຖອນ​ຕົວ​ນັກ​ກວດ​ກາ​ນິວ​ເຄຼຍ ອອກ​ຈາກ​ອີ​ຣານ ຍ້ອນຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ບັນ​ຫາ​ຄວາມ​ປອດ​ໄພ

ວັນທີ 4 ກໍລະກົດ, ອົງການພະລັງງານປະລະມານູສາກົນ (IAEA) ໃຫ້ຮູ້ວ່າ ອົງການນີ້ໄດ້ຖອນຕົວນັກກວດການິວເຄຼຍອອກຈາກອີຣານ ຍ້ອນຄວາມວິຕົກກັງວົນຕໍ່ບັນຫາກ່ຽວກັບຄວາມປອດໄພ.

Top