• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສາມັນປະຈໍາປີ ຄັ້ງທີ 29 ລະຫວ່າງ ຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ

      ກອງປະຊຸມປະຈໍາປີ ຄັ້ງທີ 29 ລະຫວ່າງຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ ຖືກຈັດຂຶ້ນ ໃນວັນທີ 26 ທັນວາຢູ່ຮ່າໂນ້ຍ. 

ກອງປະຊຸມສາມັນປະຈໍາປີ ຄັ້ງທີ 29 ລະຫວ່າງ ຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ (ພາບ: TTXVN)
             ສອງຝ່າຍໄດ້ຕີລາຄາໝາກຜົນ 1 ປີ ແຫ່ງການປະຕິບັດ ສົນທິສັນຍາວ່າດ້ວຍ ລະບອບລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນທາງບົກ ລະຫວ່າງສອງປະເທດ ແລະ ບົດບັນທຶກກອງປະຊຸມສາມັນປະຈໍາປີ ຄັ້ງທີ 28 ລະຫວ່າງຄະນະຜູ້ແທນເຂດຊາຍແດນ ຫວຽດນາມ - ລາວ; ສະຫຼຸບການປະຕິບັດຂໍ້ຕົກລົງຂັ້ນລັດຖະບານ ກ່ຽວກັບການແກ້ໄຂສະພາບການອົບພະຍົບແບບຊະຊາຍ ແລະ ການແຕ່ງດອງໂດຍບໍ່ໄດ້ຈົດທະບຽນສົມລົດໃນເຂດຊາຍແດນລະຫວ່າງສອງປະເທດ; ແລກປ່ຽນບັນດາເນື້ອໃນ ພາຍຫຼັງວຽກງານປັກຫຼັກໝາຍຖີ່ ແລະ ບູລະນະລະບົບຫຼັກໝາຍຊາຍແດນແຫ່ງຊາດ ຫວຽດນາມ - ລາວ. ສອງຝ່າຍເຫັນດີເປັນເອກະພາບຕໍ່ທິດທາງ ແລະ ມາດຕະການຮ່ວມມືໃນປີ 2020, ໃນນັ້ນ ຈຸດສຸມແມ່ນສືບຕໍ່ຮັກສາ ແລະ ເພີ່ມທະວີວຽກງານສົມທົບປະຕິບັດ ອະນຸສັນຍາ ກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ ແລະ ສັນທິສັນຍາ ວ່າດ້ວຍລະບອບລະບຽບການຄຸ້ມຄອງເຂດຊາຍແດນ ແລະ ດ່ານຊາຍແດນທາງບົກ ຫວຽດນາມ - ລາວ ໃຫ້ເປັນຢ່າງດີ ເພື່ອແນໃສ່່ຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຕິດພັນກັບການຮັບປະກັນດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ຢູ່ເຂດຊາຍແດນສອງປະເທດ. ສິ້ນສຸດກອງປະຊຸມ, ສອງຝ່າຍ ໄດ້ລົງນາມໃນບົດບັນທຶກ ກ່ຽວກັບການຮັບຮອງໝາກຜົນຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບຈັດຕັ້ງກອງປະຊຸມສາມັນປະຈໍາປີ ຄັ້ງທີ 30 ຄະນະຜູ້ແທນເຂດຊາຍແດນ ຫວຽດນາມ ໃນຕົ້ນໄຕມາດທີ 4 ປີ 2020 ຢູ່ ລາວ. 
 (ແຫຼ່ງຄັດຈາກ VOV)

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ເດີນ​ທາງ​ໄປ​ປະ​ຕິ​ບັດ​ງານ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເປີດ​ສະ​ຖານ​ທີ່​ຮ່ວມ​ມືກວ້າງ​ໃຫຍ່ກວ່າ​ກັບ ເອີ​ລົບ

ການ​ຢ້ຽມ​ຢາມ​ໄດ້​ຢັ້ງ​ຢືນ ແລະ ກຳ​ນົດ​ທິດ​ກ້າວ​ເດີນ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ພ້ອມ​ທັງ​ເປີດ​ສະ​ຖານ​ທີ່​ຮ່ວມ​ມື​ທີ່ກວ້າງ​ຂວາງກວ່າ ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ເອີ​ລົບ.

Top