• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມສະໄໝສາມັນເທື່ອທີ 8 ຄະນະປະຈະສະພາແຫ່ງຊາດຊຸດທີ 14

ກອງປະຊຸມສະໄໝສາມັນເທື່ອທີ 8 ຄະນະປະຈະສະພາແຫ່ງຊາດຊຸດທີ 14
(ພາບ: daibieunhandan.vn)
      ໃຫ້​ຄວາມ​ເຫັນ​ໃສ່ຮ່າງ​ກົດໝາຍ​ວ່າ​ດ້ວຍ​ການວາງ​ແຜນ​ຜັງໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​​ເມື່ອຕອນ​ບ່າຍ​ວັນ​ທີ 17/3, ມີ​ສະມາຊິກ​ຫຼາຍ​ທ່ານ​ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ​ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງຕໍ່​ເລື່ອງ​ຕ້ອງ​ປັບປຸງ, ​ເພີ່ມ​ເຕີມ 32 ກົດໝາຍ​ທີ່​ມີ​ຂໍ້​ກຳນົດ​ກ່ຽວຂ້ອງ​ເຖິງ​ການວາງ​ແຜນ​ຜັງ​​ໃຫ້​ເໝາະ​ສົມ​ກັບ​ຮ່າງ​ກົດໝາຍ​ນີ້. ຕາມ​ລາຍ​ງານ​ຂອງ​ບັນດາ​ອົງການ​ກ່ຽວຂ້ອງ ທີ່​ໄດ້​ຮັບ​ໜ້າ​ທີ່​ກວດຄືນ​ແລ້ວ, ​ມີ 32 ກົດໝາຍ​ຕ້ອງ​​ໄດ້​ຮັບ​ການປັບປຸງ, ​ເພີ່ມ​ເຕີມຂໍ້​ກຳນົດທີ່​ກ່ຽວຂ້ອງ​ເຖິງ​ການວາງ​ແຜນ​ຜັງ​​ເພື່ອ​ໃຫ້​ເໝາະ​ສົມ​ກັບ​ຮ່າງ​ກົດໝາຍ​ນີ້. ຍ້ອນ​ເຫດ​ນັ້ນ, ​ເພື່ອ​ຮັບປະກັນ​ລັກສະນະ​ເປັນ​ໄປ​ໄດ້, ບົດ​ລາຍ​ງານ​ສະ​ເໜີ​ໃຫ້​ຮັບ​ເອົາ, ປັບປຸງ​ບັນດາ​ກົດໝາຍ​ນີ້​ຕາມ​ທິດ​ຮັບປະກັນ​ໃຫ້​ກົດໝາຍ​ວ່າ​ດ້ວຍການວາງ​ແຜນ​ຜັງຈະ​ມີ​ຜົນ​ສັກສິດ​ນັບ​ແຕ່​ວັນ​ທີ 01/01/2019 ​ເປັນ​ຕົ້ນ​ໄປ. ພ້ອມ​ກັນ​ນັ້ນ, ກໍ່ກຳນົດ​ມອບ​ໃຫ້​ລັດຖະບານ​ກວດຄືນ, ສະ​ເໜີ​ປັບປຸງ, ​ເພີ່ມ​ເຕີມ​ບັນດາ​ຂໍ້​ກຳນົດ​ທີ່​ກ່ຽວຂ້ອງ​ເຖິງ​ການວາງ​ແຜນ​ກຳນົດ​ໃນ 32 ກົດໝາຍ​ໃຫ້​ເໝາະ​ສົມ​ກັບ​ກົດໝາຍ​ນີ້, ​ແລ້ວ​ຍື່ນ​ຕໍ່​ສະພາ​ແຫ່ງ​ຊາດ​ພິຈາລະນາ, ຕົກລົງ​ເພື່ອ​ໃຫ້​ກົດໝາຍ​ເລີ່​ມມີ​ຜົນ​ສັກສິດແຕ່​ວັນ​ທີ 01/01/2019 ​ເປັນ​ຕົ້ນ​ໄປ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top