• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ

      ໃນລະຫວ່າງວັນທີ 5 – 6 ກຸມພາ, ລັດຖະມົນຕີການຕ່າງປະເທດບັນດາປະເທດ ອາຊຽນ ເຂົ້າຮ່ວມກອງປະຊຸມວົງແຄບຢູ່ ສິງກະໂປ.

ກອງປະຊຸມວົງແຄບບັນດາລັດຖະມົນຕີການຕ່າງປະເທດ ອາຊຽນ
      ນີ້ແມ່ນກອງປະຊຸມຂັ້ນລັດຖະມົນຕີການຕ່າງປະເທດທຳອິດຂອງ ອາຊຽນ ໂດຍ ສິງກະໂປ ເປັນເຈົ້າພາບຈັດຕັ້ງໃນປີ 2018, ປີທີ 3 ຜັນຂະຫຍາຍປະຊາຄົມ ອາຊຽນ.
        ທີ່ກອງປະຊຸມ, ບັນດາລັດຖະມົນຕີໄດ້ເຫັນດີຢ່າງສູງ ຕໍ່ຫົວຂໍ້ ອາຊຽນ 2018 ແມ່ນກໍ່ສ້າງ “ອາຊຽນ ເຂັ້ມແຂງ ແລະ ນະວັດຕະກຳ”, ເນັ້ນໜັກວ່າ ຄວນຍົກສູງລັກສະນະສ້າງຄວາມເຂັ້ມແຂງດ້ວຍຕົນເອງທຸກດ້ານຂອງພາກພື້ນ, ທັງໃນບັນດາເນື້ອໃນດ້ານການເມືອງ - ຄວາມສະຫງົບປອດໄພ ທັງການຮ່ວມມືເສດຖະກິດ - ການຄ້າ ແນໃສ່ຍົກສູງນ້ຳໃຈສາມັກຄີ ແລະ ບົດບາດເປັນໃຈກາງຂອງ ອາຊຽນ. ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບ ສະເໜີການນຳຂັ້ນສູງຮັບຮອງເອົາຖະແຫຼງການວິໄສທັດບັນດາການນຳ ອາຊຽນ ກ່ຽວກັບ ອາຊຽນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ນະວັດຕະກຳ ແລະ ຖະແຫຼງການບັນດາການນຳກ່ຽວກັບການຮ່ວມມືຄວາມປອດໄພທາງອິນເຕີແນັດ.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີງມິງ ຫົວໜ້າຄະນະ ຫວຽດນາມ ສະແດງຄວາມເຫັນດີຢ່າງສູງດ້ວຍຫົວຂໍ້ ແລະ ຈຸດສູມແຫ່ງການຮ່ວມມື ອາຊຽນ ໂດຍ ສິງກະໂປ, ປະເທດຮັບຖານະເປັນປະທານ ອາຊຽນ 2018.
        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີງມິງ ກໍ່ສະເໜີບັນດາປະເທດຢືດໝັ້ນຕໍ່ບັນດາທັດສະນະຂອງ ອາຊຽນ ກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນຕ່າງຝ່າຍຕ່າງມີຄວາມສົນໃຈ, ໃນນັ້ນ ມີບັນດາເນື້ອໃນກ່ຽວກັບທະເລຕາເວັນອອກ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top