• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີການຕ່າງປະເທດເອີລົບຕັດສິນໃຈສົມທົບກັນສະກັດກັ້ນໂລກລະບາດ Covid– 19

      ມີຫຼາຍມາດຕະການສົມທົບກັນສະກັດກັ້ນໂລກລະບາດ Covid– 19 ໄດ້ຍົກອອກມາຢູ່ທີ່ກອງປະຊຸມ ໃນວັນທີ 3 ເມສາ. ອົງການປະສານງານລວມ, ເຊື່ອມຕໍ່ແຫຼ່ງກຳລັງຂອງບັນດາປະເທດ EUກໍ່ໄດ້ຮັບການສ້າງຕັ້ງຂຶ້ນ. ສະຫະພາບ ເອີລົບຍອມຮັບວ່າເຂົາເຈົ້າໄດ້ຕີລາຄາຜິດພາດກ່ຽວກັບໂລກລະບາດ Covid– 19 ແລະ ປັດຈຸບັນ ພວມມານະພະຍາຍາມແຂ່ງຂັນກັບເວລາ. 

ປະຊາຊົນໃສ່ຜ້າອັດປາ - ດັງຢູ່ ປະເທດຝລັ່ງ (ພາບ: TTXVN) 
      ບັນດາລັດຖະມົນຕີການຕ່າງປະເທດໄດ້ເຫັນດີເປັນເອກະພາບວ່າ ປະເທດໃດມີຄວາມສາມາດ ນັ້ນແມ່ນໃຫ້ຮັບເອົາຄົນເຈັບຂອງປະເທດໃກ້ຄຽງມາປິ່ນປົວ ຢູ່ປະເທດຕົນ ຫຼືສົ່ງພະນັກງານການແພດຂອງປະເທດຕົນໄປຍັງປະເທດທີ່ມີຄວາມຕ້ອງການກ່ວາ.
            ຄະນະກຳມະການເອີລົບຈະອຸປະຖຳຄ່າຂົນສົ່ງຄົນເຈັບ, ອຸປະກອນການແພດ ແລະ ພ້ອມແລ້ວທີ່ຈະຈ່າຍເງິນໃຫ້ແກ່ບັນດາອົງການບໍ່ຂຶ້ນກັບລັດຖະບານເພື່ອເຂົ້າຮ່ວມການສະກັດກັ້ນໂລກລະບາດ. ອົງການປະສານງານແຫ່ງໜຶ່ງຂຶ້ນກັບຄະນະກຳມະການເອີລົບຈະກຳນົດບັນດາເຂດທີ່ຕ້ອງການໜູນຊ່ວຍສຸກເສີນເພື່ອນຳແຫຼ່ງກຳລັງບຸລິມະສິດໃຫ້ເຂດນັ້ນ.
 (ແຫຼ່ງຄັດຈາກ VOV)

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ສະ​ພາ​ແຫ່ງ​ຊາດ​ປຶກ​ສາ​ຫາ​ລື​ກ່ຽວ​ກັບການ​ດຸ່ນ​ດຽງ​ຜົນ​ປະ​ໂຫຍດ​ລະ​ຫວ່າງ​ລັດ, ຜູ້​ນຳ​ໃຊ້​ທີ່​ດິນ​ ແລະ ນັກ​ລົງ​ທຶນ

ຕ້ອງ​ສ້າງສຳເລັດລະບອບລະບຽບການ​ກຳ​ນົດ​ລາ​ຄາ​ທີ່​ດິນ​ໃຫ້ດຸ່ນດ່ຽງຕະຫຼາດກັບຄວາມເປັນປົກກະຕິ, ໂປ່ງໃສ

Top