• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະມົນຕີກະຊວງແຮງງານ CLMTV ມຸ່ງໄປເຖິງການປົກປ້ອງຊາວຜູ້ອອກແຮງງານອົບພະຍົບ

      ກອງປະຊຸມລັດຖະມົນຕີກະຊວງແຮງງານຂອງບັນດາປະເທດ ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ (CLMTV) ຄັ້ງທີ 3 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ, ຢູ່ນະຄອນ Siem Reap, ປະເທດ ກໍາປູເຈຍ. ຄະນະຜູ້ແທນຫວຽດນາມ ໂດຍທ່ານນາງຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ຫງວຽນທິຮ່າ ໄດ້ນໍາໜ້າຄະນະເຂົ້າຮ່ວມກອງປະຊຸມ.

ກອງປະຊຸມລັດຖະມົນຕີກະຊວງແຮງງານCLMTV ຄັ້ງທີ 3 ຖືກໄຂຂຶ້ນຢ່າງເປັນທາງການໃນວັນທີ 17 ກັນຍາ, ຢູ່ນະຄອນ
Siem Reap, ປະເທດ ກໍາປູເຈຍ
      ດ້ວຍຫົວຂໍ້ “ມຸ່ງໄປເຖິງການປົກປ້ອງຊາວຜູ້ອອກແຮງງານອົບພະຍົບຢູ່ບັນດາປະເທດ CLMTV: ຮ່ວມມືກັນຊ່ວຍໜູນສັງຄົມ”, ກອງປະຊຸມຂັ້ນລັດຖະມົນຕີກະຊວງແຮງງານຄັ້ງນີ້ ຖືກຈັດຂຶ້ນ ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາກົນໄກປົກປ້ອງຊາວຜູ້ອອກແຮງງານອົບພະຍົບໃຫ້ດີກວ່າອີກ; ເພີ່ມທະວີການຮ່ວມມືດ້ານແຮງງານ; ແບ່ງປັນປະສົບການລະຫວ່າງບັນດາປະເທດ CLMTV ທີ່ກ່ຽວຂ້ອງເຖິງການປົກປ້ອງ ແລະ ຊຸກຍູ້ສິດຂອງຊາວຜູ້ອອກແຮງງານອົບພະຍົບ, ພິເສດແມ່ນລັກສະນະທີ່ມີໄຫວພິບຂອງບັນດາລາຍການຊ່ວຍໜູນຊີວິດສັງຄົມ.
        ໂດຍຖືກດໍາເນີນໃນລະຫວ່າງວັນທີ 17 – 18 ກັນຍາ, ກອງປະຊຸມຂັ້ນລັດຖະມົນຕີກະຊວງແຮງງານ CLMTV ຄັ້ງທີ 3 ຈະອອກຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມ ແລະ ເຫັນດີຕໍ່ຖະແຫຼງການ Siem Reap ກ່ຽວກັບ ວິວັດການມຸ່ງໄປເຖິງແຜນການສົມທົບກັນຊ່ວຍໜູນສັງຄົມຢ່າງມີໄຫວພິບຂອງບັນດາປະເທດ CLMTV.
 (ແຫຼ່ງຄັດຈາກ VOV)

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ທ່ານເລຂາທິການໃຫຍ່ ໂຕເລິມ ເປັນປະທານກອງປະຊຸມຂອງກົມການເມືອງ, ຄະນະເລຂາກ່ຽວກັບການປະຕິບັດມະຕິສູນກາງ

ການສັບສ້ອນ, ຫັນກົງຈັກເປັນກະທັດລັດ, ຜັນຂະຫຍາຍຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນ ແມ່ນລຸລ່ວງໂດຍພື້ນຖານແລ້ວ

Top