• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມລັດຖະບານກັບບັນດາທ້ອງຖິ່ນ


ກອງ​ປະ​ຊຸ​ມ​ຂອງ​ລັດ​ຖະ​ບານ
​​​​​​      ຕອນ​ເຊົ້າ​ວັນ​ທີ 28/12, ຢູ່ ຮ່າ​ໂນ້ຍ, ກ່າວ​ຄຳ​ເຫັນ​ໄຂ​ກອງ​ປະ​ຊຸມ​ລັດ​ຖະ​ບານ​ກັບ​ບັນ​ດາ​ທ້ອງ​ຖິ່ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ໄດ້​ຕີ​ລາ​ຄາ​ວ່າ ປີ 2016, ປະ​ເທດ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ, ສະ​ພາບ​ການ​ສາ​ກົນ ແລະ ພາກ​ພື້ນ​ສັບ​ສົນ. ເສດ​ຖະ​ກິດ​ພາຍ​ໃນ​ປະ​ເທດ​ຍັງ​ມີ​ສິ່ງ​ຄົງ​ຄ້າງຫຼາຍ​ຢ່າງ. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ລັດ​ຖະ​ບານ​ໄດ້​ມີ​ບັນ​ດາ​ມາດ​ຕະ​ການ​ມີ​ປະ​ສິດ​ທິ​ຜົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ຊີ້​ແຈ້ງວ່າ:
        “ປະ​ຕິ​ບັດ​ບັນ​ດາ​ມະ​ຕິ​ຂອງ​ພັກ ແລະ ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ​ໄດ້​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປີ 2016 ຢ່າງ​ຂຽວຂາດ ແລະ ຄົບ​ຊຸດ. ລັດ​ຖະ​ບານ, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕັດ​ສິນ​ໃຈ​ກໍ່​ສ້າງ​ລະ​ບົບ​ບໍ​ລິ​ຫານ​ທຸກ​ຂັ້ນສັດ​ຊື່ບໍ​ລິ​ສຸດ, ​ສ້າງ​ສັນ, ຮັບ​ໃຊ້​ການ​ພັດ​ທະ​ນາ, ກະ​ທຳ, ຮັບ​ໃຊ້​ປະ​ຊາ​ຊົນ, ວິ​ສາ​ຫະ​ກິດ. ປີ 2016, ລັດ​ຖະ​ບານ​ກໍ່​ໄດ້​ກຳ​ນົດ “ປີ​ແຫ່ງ​ຊາດ​ເລີ່ມ​ດຳ​ເນີນອ​າ​ຊີບ” ດ້ວຍຫຼາຍ​ມາດ​ຕະ​ກ​ານ​ສົ່ງ​ເສີມ​ຢ່າງ​ແຮງ.”
        ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໄດ້​ຊ​ີ້​ແຈ້ງ 10 ໝາກ​ຜົນ​ພົ້ນ​ເດັ່ນ, ໃນ​ນັ້ນ​ມີຫຼາຍ​ມາດ​​ຕະຖານ​ເສດ​ຖະ​ກິດ - ສັງ​ຄົມບັນ​ລຸ​ໝາກ​ຜົນ​ສູງ.
        ທີ່ກອງ​ປະ​ຊຸມ, ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ບານ, ບັນ​ດາ​ທ້ອງ​ຖິ່ນ, ບັນ​ດາ​ຂະ​ແໜງ​ການ​ໄດ້​ປຶກ​ສາ​ຫາ​ລື​ກ່ຽວ​ກັບຫຼາຍ​ບົດ​ລາຍ​ງານ ແລະ ຮ່າງ​ມະ​ຕິ​ສຳ​ຄັນ.
 (ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top