• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປຶກສາຫາລືການເມືອງຄັ້ງທີ 10 ແລະການເຈລະຈາຍຸດທະສາດຄັ້ງທີ 7 ລະຫວ່າງຫວຽດນາມ - ອິນເດຍ

ໃນລະຫວ່າງວັນທີ 9 – 10 ເມສາ, ຢູ່ ນະຄອນຫຼວງ New Delhi, ປະເທດ ອິນເດຍ, ທ່ານ ດັ້ງດິ່ງກູຍ ຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ແລະ ທ່ານ Preeti Saran ເລຂາຮັບຜິດຊອບຝ່າຍຕາເວັນອອກ ກະຊວງການຕ່າງປະເທດ ອິນເດຍ ເປັນປະທານຮ່ວມກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 10 ແລະ ການເຈລະຈາຍຸດທະສາດ ຄັ້ງທີ 7 ລະຫວ່າງ 2 ປະເທດ.

(ກອງປະຊຸມປຶກສາຫາລືການເມືອງ ຄັ້ງທີ 10 ແລະ ການເຈລະຈາຍຸດທະສາດ ຄັ້ງທີ 7 ລະຫວ່າງ 2 ປະເທດ)

ທີ່ບັນດາກອງປະຊຸມ, 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ຮັກສາບັນດາການຢ້ຽມຢາມຂັ້ນສູງ ແລະ ທຸກຂັ້ນຢ່າງສະເໝີ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື: ກະສິກຳ, ສາທາລະນະສຸກ, ນ້ຳມັນອາຍແກັດ, ພະລັງງານຜະລິດຄືນໃໝ່, ການສຶກສາ - ບຳລຸງສ້າງ… . 2 ຝ່າຍກໍວາງອອກທິດທາງການຮ່ວມມືໃນຂົງເຂດເສດຖະກິດ - ການຄ້າ, ມຸ່ງໄປສູ່ເປົ້າໝາຍວົງເງິນການຄ້າ 2 ຝ່າຍໃຫ້ບັນລຸໄດ້ 15 ຕື້ USD ໃນປີ 2020.

        ພ້ອມກັບການແບ່ງປັນຕີລາຄາ ແລະ ເປັນເອກະພາບທັດສະນະກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ, ທ່ານ ຮອງລັດຖະມົນຕີ ດັ້ງດິ່ງກູຍ ຢັ້ງຢືນວ່າ ດ້ວຍບົດບາດແມ່ນປະເທດປະສານງານໃນການພົວພັນ ອາຊຽນ - ອິນເດຍ ປີ ໄລຍະ 2015 – 2018, ຫວຽດນາມພ້ອມແລ້ວທີ່ຈະສົບທົບກັນເພື່ອໃຫ້ ອິນເດຍ ເພີ່ມທະວີການພົວພັນ ແລະ ເຊື່ອມຕໍ່ຮອບດ້ານກັບ ອາຊຽນ ກວ່າອີກ. 2 ຝ່າຍເຫັນດີເປັນເອກະພາບສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະ ກັນທີ່ບັນດາເວທີປາໄສຫຼາຍຝ່າຍ, ເປັນຕົ້ນແມ່ນໃນຂອບເຂດ ສປຊ. ທ່ານ ຮອງລັດຖະມົນຕີ ດັ້ງດິ່ງກູຍ ຕີລາຄາສູງຫຼັກໝັ້ນຂອງ ອິນເດຍ ໃນບັນດາບັນຫາທະເລຕາເວັນອອກໄລຍະຜ່ານມາ, ຢັ້ງຢືນວ່າ ພ້ອມແລ້ວທີ່ຈະປະສານສົມທົບກັບ ອິນເດຍ ແລະ ບັນດາປະເທດສະມາຊິກ ອາຊຽນ ຊຸກຍູ້ເນື້ອໃນການຮ່ວມມືດ້ວຍຄວາມໝັ້ນຄົງທາງທະເລໃນບັນດາເວທີປາໄສພາກພື້ນ ທີ່ຈະມາເຖິງ. 2 ຝ່າຍເຫັນດີເປັນເອກະພາບຈັດກອງປະຊຸມປຶກສາຫາລືການເມືອງ ແລະ ການເຈລະຈາຍຸດທະສາດຄັ້ງຕໍ່ໄປ ຂອງ 2 ປະເທດຢູ່ ຫວຽດນາມ ໃນປີ 2019.

(ແຫຼ່ງຄັດຈາກ VOV)


ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: ຕອບ​ບຸນ​ແທນ​ຄຸນ ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ເລ​ຂາ​ທິ​ການ​ໃຫຍ່ ໂຕ​ເລິມ: “ຕອບ​ບຸນ​ແທນ​ຄຸນ” ແມ່ນ​ນະ​ໂຍ​ບາຍ​ໃຫຍ່, ເປັນ​ສຽງ​ເວົ້າ​ຈາກ​ຫົວ​ໃຈ

ວຽກງານ “ຕອບບຸນແທນຄຸນ”, “ກິນເຂົ້າຄິດຮອດຄຸນນາ, ກິນປາຄິດຮອດຄຸນນ້ຳ” ບໍ່ພຽງແຕ່ແມ່ນນະໂຍບາຍໃຫຍ່ເທົ່ານັ້ນ, ຫາກຍັງແມ່ນສຽງເວົ້າຈາກຫົວໃຈ, ຄວາມຮັບຜິດຊອບດ້ານການເມືອງ, ຫຼັກສິນທຳຂອງທັງລະບົບການເມືອງ ແລະ ທົ່ວສັງຄົມ.

Top