• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະຈຳເດືອນກັນຍາຂອງລັດຖະບານ: GDP ເພີ່ມຂຶ້ນສູງສຸດນັບແຕ່ປີ 2011

      ກອງປະຊຸມມີໜ້າທີ່ປະຕິບັດສຳເລັດບົດລາຍງານກະກຽມກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12 ແລະ ກອງປະຊຸມສະໄໝສາມັນຄັ້ງທີ 6 ສະພາແຫ່ງຊາດຊຸດທີ 14...

ກອງປະຊຸມປະຈຳເດືອນກັນຍາຂອງລັດຖະບານ ຫວຽດນາມ
      ກອງປະຊຸມປະຈຳເດືອນກັນຍາ ຂອງລັດຖະບານໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 1 ຕຸລາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ. ກອງປະຊຸມມີໜ້າທີ່ປະຕິບັດສຳເລັດບົດລາຍງານກະກຽມກອງປະຊຸມສູນກາງພັກຄັ້ງທີ 8 ຊຸດທີ 12 ແລະ ກອງປະຊຸມສະໄໝສາມັນຄັ້ງທີ 6 ສະພາແຫ່ງຊາດຊຸດທີ 14 ເຊິ່ງຈະຈັດຕັ້ງໃນເດືອນຕຸລານີ້. ພ້ອມກັນນັ້ນ, ໄດ້ຕີລາຄາສະພາບການເສດຖະກິດ - ສັງຄົມເດືອນກັນຍາ ແລະ 9 ເດືອນຕົ້ນປີ 2018 ຂອງປະເທດຊາດ.
        ກ່າວຄຳເຫັນໄຂກອງປະຊຸມ, ຕີລາຄາສະພາບການເສດຖະກິດ ສັງຄົມ ໃນເດືອນກັນຍາ ແລະ 9 ເດືອນຂອງປີ 2018, ທ່ານນາຍົກລັດຖະມົນຕີ ຖືວ່າ ໄດ້ບັນລຸໝາກຜົນຮອບດ້ານແຕ່ພົ້ນເດັ່ນແມ່ນ GDP 9 ເດືອນຕົ້ນປີໄດ້ເພີ່ມຂຶ້ນ 6,98%, ເຊິ່ງເປັນລະດັບເພີ່ມຂຶ້ນສູງສຸດຂອງ 9 ເດືອນນັບແຕ່ປີ 2011. ທົບທວນຄືນບັນດາຜົນງານພົ້ນເດັ່ນໃນເດືອນຜ່ານມາ, ທ່ານນາຍົກລັດຖະມົນຕີ ໄດ້ເນັ້ນໜັກເຖິງຜົນງານພິເສດຂອງກອງປະຊຸມເວທີປາໄສເສດຖະກິດໂລກກ່ຽວກັບ ອາຊຽນ WEF – ASEAN ທີ່ຈັດຕັ້ງຢູ່ຮ່າໂນ້ຍ, ເຫດການພົວພັນຕ່າງປະເທດໃຫຍ່ສຸດຂອງປະເທດຊາດໃນປີ 2018; ເຊິ່ງໄດ້ຮັບການຕີລາຄາສູງຈາກສາກົນ, ໄດ້ຮັບຖືວ່າແມ່ນກອງປະຊຸມປະສົບຜົນສຳເລັດທີ່ສຸດໃນ 27 ປີທີ່ WEF ໄດ້ຮັບການຈັດຕັ້ງຢູ່ ອາຊຽນ ແລະ ອາຊີຕາເວັນອອກ. ພ້ອມກັນນັ້ນ, ກໍ່ໄດ້ເປີດຕົວຄະນະກຳມະການຄຸ້ມຄອງທຶນແຫ່ງລັດຢູ່ວິສາຫະກິດຢ່າງເປັນກທາງການໃນມື້ສຸດທ້າຍຂອງເດືອນກັນຍາຜ່ານມາ. ທ່ານນາຍົກລັດຖະມົນຕີປາຖະໜາວ່າ: ການເປີດຕົວຂອງຄະນະກຳມະການດັ່ງກ່າວຈະຊ່ວຍໃຫ້ການເຄື່ອນໄຫວຂອງລັດວິສາຫະກິດເຮັດວຽກຢ່າງມີປະສິດທິຜົນກ່ວາ, ກະຈ່າງແຈ້ງກ່ວາ, ປະກອບສ່ວນເຂົ້າໃນການພັດທະນາຂອງປະເທດຊາດ.
        ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ເອົາໃຈໃສ່ເຖິງສະພາບຄວາມເຄັ່ງຕຶງດ້ານການຄ້າລະຫວ່າງ ອາເມລິກາ - ຈີນ ແລະ ຮຽກຮ້ອງໃຫ້ບັນດາລັດຖະມົນຕີ, ຫົວໜ້າຂະແໜງການຄວນໄຈ້ແຍກຢ່າງເລິກເຊິ່ງ, ຍົກອອກບັນດາມາດຕະການລະອຽດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ  ສະເໜີໃຫ້ບັນດາລັດຖະມົນຕີ ປຶກສາຫາລື, ປະກອບຄຳເຫັນ, ພິເສດແມ່ນສຳລັບບັນດາຂໍ້ຈຳກັດ, ສິ່ງຄົງຄ້າງຂອງຂະແໜງການ, ຂົງເຂດຂອງຕົນເພື່ອມີມາດຕະການແກ້ໄຂດີທີ່ສຸດ, ເພື່ອປະຕິບັດບັນດາຄາດໝາຍ, ໜ້າທີ່ວາງອອກໃນປີ 2018, ສ້າງທ່ວງທ່າໃຫ້ແກ່ປີ 2019.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top