• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມປະເມີນຜົນການກຳນົດດັດຊະນີຄວາມເພິ່ງພໍໃຈຂອງປະຊາຊົນດ້ວຍການຮັບໃຊ້ຂອງອົງການບໍລິຫານ


ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການ​
ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ
(ພາບ: TTXVN)


      ວັນ​ທີ 22/03, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ຄະນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ​ເປັນ​ປະທານ​ກອງ​ປະຊຸມ​ປະ​ເມີນ​ຜົນ​ໂຄງການ​ສົມທົບ​ກັນ​ກຳນົດຕົວ​ເລກ​ດັດຊະນີ​ຄວາມ​ເພິ່ງ​ພໍ​ໃຈ​ຂອງ​ປະຊາຊົນ, ຈັດ​ຕັ້ງ​ສຳລັບ​ການຮັບ​ໃຊ້​ຂອງ​ອົງການ​ສຳ​ນັກງານ​ບໍລິຫານ​​ລັດ​ປີ 2015. ​ໂດຍ​ຜ່ານການ​ຜັນ​ຂະຫຍາຍສຳ​ຫລວດ​ກວດກາເປັນ​ເວລາ 1 ປີຢູ່ 10 ​ແຂວງ, ນະຄອນ, ​ຜົນ​ຂອງ​ການ​ສຳ​ຫວດ​ໄດ້​ສະ​ແດງໃຫ້​ເຫັນ​ວ່າ: ປະຊາຊົນ​ຕີ​ລາຄາ​ດີ​ກ່ຽວ​ກັບ​ໝາກຜົນ​ການ​ແກ້​ໄຂ​ລະບອບ​ລະບຽບ​ການ​ດ້ານ​ບໍລິຫານ. ປະຊາຊົນ​ກໍ່​ຕີ​ລາຄາ​ສູງ​ຄຸນ​ນະພາ​ບກຳລັງຄວາມ​ສາມາດ​ດ້ານ​ວິຊາ​ສະ​ເພາະ​ຂອງລັດຖະກອນ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ ປະຊາຊົນ​ຍັງ​ບໍ່​ທັນ​​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ຈັນ​ຍາ​ບັນ, ກ່ຽວ​ກັບ​ການ​ຮັບ​ໃຊ້ຢ່າງ​ສຸດຈິດ​ສຸດ​ໃຈ ​ແລະ ລອບຄອບ​ຂອງລັດຖະກອນ. ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຢືນຢັນ​ວ່າ:
        “ພວກ​ເຮົາ​ພວມ​ໄປ​ຖືກ​ທິດ​, ​ຢາກ​ປະກອບສ່ວນ​ສ້າງ​ລະບົບ​ການ​​ເມືອງ ພວກ​ເຮົາ​ຕ້ອງ​ເຮັດ​ໃຫ້​ປະຊາຊົນ​ນັບ​ມື້​ນັບ​ມີ​ຄວາມເພິ່ງ​ພໍ​ໃຈ​ກ່ວາ, ຄົນ​ທຸກ​ຍາກ​ກໍ່​ອາດສາມາດ​ມີ​ຄວາມ​ເພິ່ງ​ພໍ​ໃຈ, ​ແຕ່​ວ່າຄົນ​ທຸກ​ຍາກກໍ່ອາດ​ມີ​ຄວາມ​ຜາ​ສຸກ​ໄດ້. ການກຳນົດຕົວ​ເລກ​ດັດຊະນີ​ຄວາມ​ເພິ່ງ​ພໍ​ໃຈ​ແມ່ນ​ຫຼັກການ​ຂອງ​ການ​ຄຸ້ມ​ຄອນ​ໃນ​ປະຈຸ​ບັນ”.
        ຈາກ​ໝາກຜົນຂອງ​ການ​ສຳ​ຫລວ​ດກວດກາ​ປີ 2015, ທ່ານ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ປີ 2016, ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ, ສະມາຄົມ​ນັກຮົບ​ເກົ່າ ຫວຽດນາມ, ກະຊວງ​ພາຍ​ໃນ​ສືບ​ຕໍ່​ສ້າງ​ໂຄງການ​ສົມ​ທົບ​ກັນຜັນ​ຂະຫຍາຍ​ການກຳນົດຕົ​ວ​ເລກ​ດັດຊະນີ​ຄວາມ​ເພິ່ງ​ພຽງພໍ​ຂອງ​ປະຊາຊົນ, ອົງການ​ຈັດ​ຕັ້ງ​ສຳລັບ​ການ​ຮັບ​ໃຊ້​ຂອງ​ອົງການ​ບໍລິຫານ​ລັດ​ໃນ​ໄລຍະ 2017 – 2020.
(ແຫຼ່ງຄັດຈາກ VOV)
 

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top