• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 14 ຄະນະຊີ້ນໍາສູນກາງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ

ຕອນເຊົ້າວັນທີ 16 ສິງຫາ, ຢູ່ຮ່າໂນ້ຍ, ຄະນະຊີ້ນໍາສູນກາງກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ (ຄະນະຊີ້ນໍາ)  ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 14 ພາຍໃຕ້ການເປັນປະທານຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງ, ຫົວໜ້າຄະນະຊີ້ນໍາ, ເພື່ອສໍາຫຼວດກວດຄືນ, ຕີລາຄາໝາກຜົນຂອງການປະຕິບັດວຽກງານ ແລະ ວາງອອກໜ້າທີ່ໃຫ້ໄລຍະຈະມາເຖິງ.


ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟຸຈ້ອງເປັນປະທານກອງປະຊຸມ

(ພາບ:TTXVN)

ທ່ານເລຂາທິການໃຫຍ່ ຫງວຽນຟຸຈ້ອງ ຊີ້ແຈ້ງວ່າ ພາຍຫຼັງ 5 ປີ ແຫ່ງການສ້າງຕັ້ງ, ຄະນະຊີ້ນໍາ ໄດ້ມີຄວາມມານະພະຍາຍາມ, ປ່ຽນແປງໃໝ່ຫຼາຍຢ່າງ ທັງດ້ານເນື້ອໃນ ແລະ ຮູບແບບການເຄື່ອນໄຫວ ແລະ ບັນລຸໄດ້ໝາກຜົນລະອຽດຫຼາຍຢ່າງ, ເນື່ອງຈາກນັ້ນ ວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ ໄດ້ມີບາດກ້າວເດີນຢ່າງແຮງ, ໂດຍສະເພາະແມ່ນໄລຍະ 02 ປີມໍ່ໆມານີ້. ການສໍ້ລາດບັງຫຼວງໄດ້ຮັບການຄວບຄຸມ, ກໍາຈັດ ແລະ ມີທ່ວງທ່າຫຼຸດໜ້ອຍຖອຍລົງເທື່ອລະກ້າວ, ປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ, ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ປະຊາຊົນ, ສ້າງສັນຍານຕັ້ງໜ້າແຜ່ຂະຫຍາຍໃນສັງຄົມ.

        ໃນຊຸມເດືອນທ້າຍປີ, ຄະນະຊີ້ນໍາຕ້ອງສຸມໃສ່່ຜັນຂະຫຍາຍປະຕິບັດເອກະສານສະບັບຕ່າງໆ, ຂໍ້ກໍານົດໃໝ່ຂອງພັກ, ລັດ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້        ມີປະສິດທິຜົນ ຊີ້ນໍາຢ່າງຂ້ຽວຂາດ, ສ້າງການຜັນປ່ຽນຢ່າງແຮງກວ່າອີກໃນວຽກງານການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຢູ່ຂັ້ນທ້ອງຖິ່ນ  ແລະ ຮາກຖານ; ສະກັດກັ້ນສະພາວະຕໍ່ຄວາມຫຍຸ້ງເຫຍືອງຕໍ່ປະຊາຊົນ, ວິສາຫະກິດ. ໄປຄຽງຄູ່ກັນນັ້ນ, ຕ້ອງສຸມໃສ່ຊີ້ນໍາ, ສ້າງ ລະບຽບກົດໝາຍກ່ຽວກັບການຄຸ້ມຄອງເສດຖະກິດ-ສັງຄົມ ແລະ ປ້ອງກັນ, ຕ້ານການສໍ້ລາດບັງຫຼວງໃຫ້ສົມບູນແບບ.

(ແຫຼ່ງຄັດຈາກ VOV)


ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

ງານ​ວາງ​ສະ​ແດງ​ພາບ​ຖ່າຍກ່ຽວ​ກັບ ຫວຽດ​ນາມ ໄດ້​ດຶງ​ດູດ​ເພື່ອນ​ມິດ​ສາ​ກົນປະ​ຈຳ ສ​ປ​ຊ

“ຫວຽດນາມ - ສີສັນ, ວັດທະນະທຳມະນຸດ ແລະ ການເຊື່ອມໂຍງ” ແມ່ນຫົວຂໍ້ຂອງງານວາງສະແດງພາບຖ່າຍໂດຍຫ້ອງການປະຈຳການຄະນະຊີ້ນຳສິດທິມະນຸດຂອງລັດຖະບານໄດ້ສົມທົບກັບຄະນະຜູ້ຕາງໜ້າ ຫວຽດນາມ ຢູ່ ສປຊ ຖືກຈັດຂຶ້ນໃນວັນທີ 30 ມິຖຸນາ, ຢູ່ນະຄອນ ເຊີແນວ, ສະວິດ.

Top