• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທີ 3 ຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018)

ພາຍຫຼັງໄດ້ຮັບຟັງບັນດາອະນຸກຳມະການ ແລະ ຄະນະເລຂາລາຍງານສະພາບການຜັນຂະຫຍາຍວຽກງານກະກຽມໃຫ້ກອງປະຊຸມ, ຫົວໜ້າຄະນະຈັດຕັ້ງ, ຮອງລັດຖະມົນຕີ ບູ່ຍແທັງເຊີນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອະນຸກຳມະການ

ຕອນບ່າຍວັນທີ 6 ກໍລະກົດ, ທີ່ສຳນັກງານກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຄັ້ງທີ 3 ຂອງຄະນະຈັດຕັ້ງກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ ປີ 2018 (WEF ASEAN 2018) ໂດຍທ່ານ ບູ່ຍແທັງເຊີນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ຫົວໜ້າຄະນະຈັດຕັ້ງກອງປະຊຸມກຽມ ເພື່ອກວດກາຄືນ, ກະຕຸກຊຸກຍູ້ວຽກງານກະກຽມໃຫ້ກອງປະຊຸມ WEF ASEAN.

        ທີ່ກອງປະຊຸມ, ພາຍຫຼັງໄດ້ຮັບຟັງບັນດາອະນຸກຳມະການ ແລະ ຄະນະເລຂາລາຍງານສະພາບການຜັນຂະຫຍາຍວຽກງານກະກຽມໃຫ້ກອງປະຊຸມ, ຫົວໜ້າຄະນະຈັດຕັ້ງ, ຮອງລັດຖະມົນຕີ ບູ່ຍແທັງເຊີນ ໄດ້ຕີລາຄາສູງຄວາມມານະພະຍາຍາມຂອງບັນດາອະນຸກຳມະການ ແລະ ຄະນະເລຂາ ໃນໄລຍະຜ່ານມາ, ພິເສດແມ່ນການຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ ຂອງທ່ານ Borge Brende, ປະທານ WEF ແຕ່ວັນທີ 26 – 28 ມິຖຸນາ 2018 ຜ່ານມາ, 2 ຝ່າຍບັນລຸໄດ້ຜົນງານລະອຽດຫຼາຍຢ່າງ, ໄດ້ເປັນເອກະສັນໂດຍພື້ນຖານບັນດາບັນຫາສຳຄັນກ່ຽວຂ້ອງເຖິງວຽກງານການຈັດຕັ້ງ.

        ກອງປະຊຸມ WEF ASEAN 2018 ຈະຈັດຕັ້ງແຕ່ວັນທີ 11 – 13 ກັນຍາ 2018 ຢູ່ສູນປະຊຸມແຫ່ງຊາດດ້ວຍຫົວຂໍ້ “ອາຊຽນ 4.0: ນ້ຳໃຈຂອງວິສາຫະກິດ ແລະ ການປະຕິວັດອຸດສາຫະກຳຄັ້ງທີ 4.”

(ແຫຼ່ງຄັດຈາກ VOV)


ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top