• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄັ້ງທຳອິດບັນດາເຈົ້າໜ້າທີ່ຂັ້ນສູງ APEC

ສ​ະ​ຖານ​ທີ່​ຈັດ​ຕັ້ງ​ກອງ​ປະ​ຊຸມ APEC 2017
(ພາບ ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)
      ນັບ​ແຕ່​ວັນ​ທີ 18/2-3/3, ຢູ່​ນະຄອນ ຍາ​ຈາງ, ​ແຂວງ ​ແຄ໋ງຮ່ວາ, ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທຳ​ອິດ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ APEC (SOM1) ​ແລະ ບັນດາ​ການ​ປະຊຸມ​ທີ່​ກ່ຽວຂ້ອງ. ມີ​ຜູ້​ແທນ​ເກືອບ 1.900 ຄົນ​ທີ່​ມາ​ຈາກ 21 ພື້ນຖານ​ເສດຖະກິດ​ພາຄີ​ຂອງ APEC, ກອງ​ປະຊຸມ​ທີ່​ປຶກສາ​ວິ​ສາ​ຫະກິດ APEC (ABAC), ສະພາ​ຮ່ວມ​ມື​ເສດຖະກິດ ປາຊີ​ຟິກ (PECC) ພ້ອມ​ກັບ​ອົງການ​ສາກົນ ​ແລະ ພາກ​ພື້ນ​ຈຳນວນ​ໜຶ່ງ​ ຈະ​ເຂົ້າ​ຮ່ວມ SOM ​ແລະ 56 ກອງ​ປະຊຸມ​ຂອງ 4 ຄະນະ​ກຳມະການ ​ແລະ 34 ກຸ່ມ​ປະຕິບັດ​ງານ​ສະ​ເພາະ​ຂະ​ແໜງ.
ຜັນ​ຂະຫຍາຍ​ຫົວ​ຂໍ້ “ສ້າງ​ກຳລັງ​ໜູນ​ໃໝ່, ພ້ອມ​ກັນ​ເພີ່ມ​ພູນ​ຄູນ​ສ້າງ​ອະນາຄົດ​ລວມ“, ກອງ​ປະຊຸມ SOM ​ແລະ ບັນດາ​ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫາລື ​ແລະ ຮັບຮອງ​ເອົາ​ບັນດາ​ບຸລິ​ມາ​ສິດ​ຂອງ​ການ​ຮ່ວມ​ມື APEC ປີ 2017. ບັນດາ​ພາຄີ​ກໍ່​ຈະ​ແລກປ່ຽນ​ກັນ​ເພື່ອ​ຜັນ​ຂະຫຍາຍ​ບັນດາ​ບຸລິ​ມາ​ສິດ, ກະກຽມ​ເນື້ອ​ໃນ​ລາຍ​ງານ​ຕໍ່​ບັນດາ​ລັດຖະມົນຕີ ​ແລະ ຍື່ນ​ສະ​ເໜີ​ຕໍ່​ການ​ນຳ​ຂັ້ນ​ສູງ. ບັນດາ​​ພາຄີ​ຂອງ APEC ລ້ວນ​ແຕ່​ແບ່ງປັນ​ຄວາມ​ຕັດສິນ​ໃຈ​ພ້ອມ​ກັບປະ​ເທດ​ເຈົ້າພາບ ຫວຽດນາມ ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື APEC, ປະກອບສ່ວນ​ປັບປຸງ​ການ​ເຕີບ​ໂຕ ​ແລະ ການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ຢູ່​ພາກ​ພື້ນ ອາຊີ - ປາຊີ​ຟິກ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top