• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ຈະດຳເນີນແຕ່ວັນທີ 12-15ພະຈິກຕາມຮູບການອອນລາຍ

ຢູ່ນອກກອງປະຊຸມຂັ້ນສູງອາຊຽນ ເປັນຄັ້ງທຳອິດກອງປະຊຸມສຸດຍອດບັນດາການນຳຍິງ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ການລົງທຶນ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊີຕາເວັນອອກ..ກໍ່ຈະໄດ້ຈັດຕັ້ງຂຶ້ນ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ກ່າວຄຳເຫັນທີ່ກອງປະຊຸມຂັ້ນສຸງອາຊຽນຄັ້ງທີ 36

ຕອນບ່າຍວັນທີ 5 ພະຈິກ ຢູ່ ຮ່າໂນ້ຍ, ທີ່ການຖະແຫລງຂ່າວນັດສາມັນຂອງກະຊວງການຕ່າງປະເທດຫວຽດນາມ,ທ່ານ ເຢືອງຮ່ວາຍນາມ ຮອງໂຄສົກກະຊວງການຕ່າງປະເທດ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບວັນເວລາ ແລະຮູບການຈັດຕັ້ງກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 37 ແລະ         ບັນດາການເຄື່ອນໄຫວສຳຄັນສຸດທ້າຍ ໃນປີ ປະທານອາຊຽນ 2020. ຕາມນັ້ນແລ້ວ ກອງປະຊຸມຂັ້ນສູງອາຊຽນ ຈະດຳເນີນແຕ່ວັນທີ 12-15 ພະຈິກ ຕາມຮູບການອອນລາຍ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກຈະເປັນປະທານກອງປະຊຸມຂັ້ນສູງອາຊຽນຄັ້ງທີ 37 ແລະບັນດາກອງປະຊຸມກ່ຽວຂ້ອງ. ຢູ່ນອກກອງປະຊຸມດັ່ງກ່າວ ເປັນຄັ້ງທຳອິດກອງປະຊຸມສຸດຍອດບັນດາການນຳຍິງ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ການລົງທຶນ ອາຊຽນ, ກອງປະຊຸມສຸດຍອດດຳເນີນທຸລະກິດ ອາຊີຕາເວັນອອກ..ກໍ່ຈະໄດ້ຈັດຕັ້ງຂຶ້ນ. ທ່ານ ເຢືອງຮ່ວາຍນາມ ໃຫ້ຮູ້ວ່າ:

“ທີ່ກອງປະຊຸມຄັ້ງນີ້ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະບັນດາການນຳ ອາຊຽນ, ບັນດາຄູ່ຮ່ວມມືຈະປຶກສາຫາລືກ່ຽວກັບວິວັດທະນາການປະຕິບັດປະຊາຄົມອາຊຽນ, ເຮັດສຳເລັດບັນດາບຸລິມະສິດ ຂໍ້ລິເລີ່ມ ອາຊຽນ 2020, ຊຸກຍູ້ການພົວພັນຄູ່ຮ່ວມມືຂອງອາຊຽນ,ບັນດາບັນຫາພາກພື້ນ ແລະໂລກ, ກຳນົດ ແລະ ເສີມຂະຫຍາຍບົດບາດໃຈກາງຂອງອາຊຽນ, ພິເສດໃນສະພາບໂລກລະບາດໂຄວິດ 19 ພວມແຜ່ລາມອອກສູ່ວົງກວ້າງຢູ່ຫລາຍປະເທດ”.

(ແຫຼ່ງຄັດຈາກ VOV)

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກລັດຖະມົນຕີຮຽກຮ້ອງຊຸກຍູ້ ການລົງທຶນຂອງລັດໃຫ້ກາຍເປັນກຳລັງເສີມຂະຫຍາຍ

ທ່ານນາຍົກ ໄດ້ຊີ້ແຈ້ງວ່າການປ່ອຍເງິນຂອງລັດ ປີ 2025 ມີບາດກ້າວພັດທະນາ. ໃນ 8 ເດືອນ ທີ່ຜ່ານມາ, ການປ່ອຍເງິນທຶນລົງທຶນຂອງລັດ ບັນລຸໄດ້ 46 % ຕາມແຜນທີ່ນາຍົກໄດ້ມອບໃຫ້, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ.

Top