• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມກະກຽມໃຫ້ແກ່ບັນດາກອງປະຊຸມຂັ້ນສູງອາຊຽນ ແລະ ກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງ

      ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຜັນຂະຫຍາຍບັນດາບຸລິມະສິດປີ 2021 ແລະ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຜົນສຳເລັດຂອງບັນດາກອງປະຊຸມຂັ້ນສູງຈະມາເຖິງ.
ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ
(ພາບ: TTXVN)
      ໃນຂອບເຂດບັນດາການກະກຽມໃຫ້ແກ່ກອງປະຊຸມຂັ້ນສູງອາຊຽນ ຄັ້ງທີ 38 ແລະ 39 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ວັນທີ 04 ຕຸລາ, ບັນດາກອງປະຊຸມປະຊາຄົມການເມືອງ - ຄວາມໝັ້ນຄົງ ອາຊຽນ ຄັ້ງທີ 24, ສະພາປະສານງານອາຊຽນ ຄັ້ງທີ 30 ແລະ ກອງປະຊຸມລັດຖະມົນຕີການຕ່າງປະເທດອາຊຽນ ໄດ້ດຳເນີນແບບທາງໄກ ພາຍໃຕ້ການເປັນປະທານຂອງປະເທດປະທານ ບຣຸໄນ.
        ກ່າວຄຳເຫັນທີ່ບັນດາກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດຫວຽດນາມ ບຸຍແທັງເຊີນ ຢືນຢັນວ່າ, ຫວຽດນາມ ໄດ້ຕັ້ງໜ້າເຂົ້າຮ່ວມຜັນຂະຫຍາຍບັນດາບຸລິມະສິດປີ 2021 ແລະ ຈະສົມທົບກັນຢ່າງແໜ້ນແຟ້ນ ເພື່ອຮັບປະກັນຜົນສຳເລັດຂອງບັນດາກອງປະຊຸມຂັ້ນສູງຈະມາເຖິງ.
        ກ່ຽວກັບບັນດາສິ່ງທ້າທາຍທີ່ພວມວາງອອກໃຫ້ແກ່ ອາຊຽນ ແລະ ພາກພື້ນ, ທ່ານລັດຖະມົນຕີການຕ່າງປະເທດ ບຸຍແທັງເຊີນ ຖືວ່າ, ການແກ່ງແຍ້ງທີ່ນັບມື້ນັບຮ້າຍແຮງ ແລະ ເລິກເຊິ່ງລະຫວ່າງບັນດາປະເທດໃຫຍ່ ພວມສ້າງຜົນຕາມມາທີ່ໃຫຍ່ຫຼວງສຳລັບພາກພື້ນ; ທ່ານເນັ້ນໜັກວ່າຕ້ອງຕິດຕາມບັນດາສະພາບການຢ່າງໃກ້ຊິດ, ຮັກສາຄວາມສາມັກຄີ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຮັກສາບົດບາດໃຈກາງ ແລະ ເອກະລາດຂອງອາຊຽນ. ຫວຽດນາມ ກໍ່ສະເໜີໃຫ້ອາຊຽນ ຈົ່ງຮັກສາວິທີສຳຜັດຢ່າງກົມກຽວ, ທັງຮັກສາຫຼັກໝັ້ນ ຫຼັກການສຳລັບບັນດາບັນຫາທີ່ສົ່ງຜົນກະທົບຕໍ່ສັນຕິພາບ, ຄວາມໝັ້ນຄົງຢູ່ພາກພື້ນ, ທັງສົ່ງເສີມບັນດາຄູ່ຮ່ວມມືຕັ້ງໜ້າເຂົ້າຮ່ວມບັນດາກົນໄກໂດຍ ອາຊຽນ ນຳພາ ເພື່ອຊຸກຍູ້ການເຈລະຈາ ແລະ ຄວາມໄວ້ເນື້ອເຊື່ອໃຈ, ພ້ອມກັນແກ້ໄຂບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.
        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ຢືນຢັນຄືນໃໝ່ຄວາມສຳຄັນຂອງການຊຸກຍູ້ຄວາມໄວ້ເນື້ອເຊື່ອໃຈ, ປະຕິບັດຄວາມລະງັບໃຈ, ແກ້ໄຂບັນດາການຂັດແຍ້ງກັນໃຫ້ເໝາະສົມກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982, ພ້ອມກັນນັ້ນ ອາຊຽນ ຄວນສົມທົບກັນກັບຈີນ ຢ່າງແໜ້ນແຟ້ນ ເພື່ອຮັບປະກັນການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະ ສ້າງກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ແທດຈິງ, ເໝາະສົມກັບກົດໝາຍສາກົນ…
        ເມື່ອແລກປ່ຽນກ່ຽວກັບສະພາບການຢູ່ ມຽນມາ, ທ່ານລັດຖະມົນຕີ ບຸຍແທັງເຊີນ ໄດ້ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງປະທານ ອາຊຽນ ກໍ່ຄືທູດພິເສດຂອງປະທານ ອາຊຽນ ກ່ຽວກັບ ມຽນມາ ຜັນຂະຫຍາຍໜ້າທີ່ໂດຍໄວ ແລະ ປາດຖະໜາວ່າ ມຽນມາ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ທູດພິເສດປະຕິບັດບັນດາໜ້າທີ່ຢ່າງມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີກະ​ຊວງກ​ະ​ສິ​ກຳ ບ​ຣາ​ຊິນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີກະຊວງກະສິກຳສອງປະເທດສ້າງກຸ່ມປະຕິບັດງານຮ່ວມ, ສົມທົບກັນຢ່າງແໜ້ນແຟ້ນ ເພື່ອຜັນຂະຫຍາຍບັນດາຄຳໝັ້ນສັນຍາຂັ້ນສູງ, ລວມມີການເປີດຕະຫຼາດໃຫ້ຫຼາຍກ່ວາອີກເພື່ອໃຫ້ຜະລິດຕະພັນກະເສດທີ່ເປັນຂອງທ່າແຮງຂອງກັນ

Top