• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ໄຂ “ກອງປະຊຸມສາກົນກ່ຽວກັບຄົມມະນາຄົມພາກພື້ນ ອາຊີ ຕາເວັນອອກ”

      ຕອນເຊົ້າວັນທີ 18 ກັນຍາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ ໄດ້ໄຂ “ກອງປະຊຸມສາກົນກ່ຽວກັບຄົມມະນາຄົມພາກພື້ນ ອາຊີ ຕາເວັນອອກ” ຄັ້ງທີ 12 ດ້ວຍຫົວຂໍ້ວ່າ “ວິໄສທັດ ແລະ ໂຄງການເຄື່ອນໄຫວມຸ່ງໄປເຖິງລະບົບຄົມມະນາຄົມປອດໄພ, ຂຽວ ແລະ ສະຫຼາດ, ທັນສະໄໝ”. 

ທ່ານ ຄວດວຽດຮູ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການຄວາມປອດໄພ
ທາງຄົມມະນາຄົມແຫ່ງຊາດ (ພາບ: Võ Hải/ /vnexpress)
      ເຫດການນີ້ໄດ້ຈັດຕັ້ງຮອດວັນທີ 21 ກັນຍາ. ເຂົ້າຮ່ວມກອງປະຊຸມມີນັກຊ່ຽວຊານ ແລະ ຜູ້ແທນສາກົນປະມານ 600 ຄົນເພື່ອແນໃສ່ແລກປ່ຽນການຮ່ວມມືຄົ້ນຄ້ວາໃນຂົງເຂດຄົມມະນາຄົມຂົນສົ່ງລະຫວ່າງບັນດາປະເທດສະມາຊິກຂອງສະຫະສະມາຄົມຄົ້ນຄ້ວາ ຄົມມະນາຄົມ ອາຊີ ຕາເວັນອອກ ເຊິ່ງລວມມີ: ອົດສະຕາລີ, ຈີນ, ຍີ່ປຸ່ນ, ສ. ເກົາຫຼີ, ມາເລເຊຍ, ກຳປູເຈຍ ແລະ ຫວຽດນາມ. ທ່ານ ຄວດວຽດຮູ່ງ, ຮອງປະທານຜູ້ປະຈຳການຄະນະກຳມະການຄວາມປອດໄພທາງຄົມມະນາຄົມແຫ່ງຊາດ, ໃຫ້ຮູ້ວ່າ:
        ປະຈຸບັນ, ບັນຫາທີ່ພວກເຮົາໄດ້ນຳມາປຶກສາຫາລືແມ່ນການພັດທະນາແນວໃດເພື່ອໃຫ້ລະບົບຄົມມະນາຄົມປອດໄພໃຫ້ຕົວເມືອງສະຫຼາດ. ໃນຕົວຈິງຢູ່ ຫວຽດນາມ, ໜຶ່ງໃນບັນດາກຳລັງໜູນໃຫ້ແກ່ການພັດທະນານັ້ນແມ່ນບັນດາຕົວເມືອງມີຂອບຂະໜາດປານກາງ. ນີ້ແມ່ນມາດຕະການສຳຄັນພິເສດໃນການແກ້ໄຂຄວາມກົດດັນ ໃນການພັດທະນາໃນການຫລຸດຜ່ອນຄວາມກົດດັນໃນການພັດທະນາສະພາບແວດລ້ອມເສດຖະກິດ ສັງຄົມຂອງປະເທດຊາດ
 (ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top