• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເມືອງເກາະ ເຈື່ອງຊາ ເບິ່ງມາແຕ່ທະເລຕາເວັນອອກ

ໄປນຳຄະນະປະຕິບັດງານເລກ 6 ອອກມາຢາມເມືອງເກາະ ເຈື່ອງຊາ ແລະ ຖານຂຸດເຈາະນຳ້ມັນ DK1, ຂ້າພະເຈົ້າມີການເດີນທະເລ
ໃນເວລາ 11 ວັນຄືນ, ຜ່ານເກາະ 12 ໜ່ວຍ, ຖານຂຸດເຈາະນຳ້ມັນ DK1 ສອງແຫ່ງ ແລະ ຮັບຮູ້ໄດ້
ຄວາມສວຍສົດງົດງາມຂອງ
ປະເທດຊາດ ເມື່ອງເບິ່ງມາ ແຕ່ ທະເລຕາເວັນອອກ. 
ຫຼັງຈາກການເດີນທະເລເທິງກຳປັ່ນກວດກາການປະມົງ ຖືໝາຍເລກ KN-490 ໃນເວລາສອງວັນ, ເກາະຫຼາຍໜ່ວຍ ຂຶ້ນກັບໝູ່ເກາະ ເຈື່ອງຊາ ກຳລັງປະກົດຂຶ້ນໃນສາຍຕາ ຂອງຂ້າພະເຈົ້າ. ມາຕ້ອນຮັບພວກຂ້າພະເຈົ້າແມ່ນບັນດາ ນັກຮົບຂຶ້ນກັບກອງທັບເຮືອ ເຈື່ອງຊາ. 


ເຮືອ ກາໂນ ສົ່ງຄະນະປະຕິບັດງານແຕ່ກຳປັ່ນຖືໝາຍເລກ KN-490 ຂຶ້ນຢາມເກາະ.


ພາບທັງໝົດຂອງເກາະ ນາມອຽດ ເບິ່ງມາແຕ່ກຳປັ່ນ ຖືໝາຍເລກ KN-490. 


ຄວາມສະຫງົບສຸກຂອງເກາະ ເຈື່ອງຊາດົງ ໃນຍາມແລງ. 


ຄວາມສວຍສົດງົດງາມຂອງ ທະເລໝູ່ເກາະ  ຫວຽດນາມ ເບິ່ງມາແຕ່ເກາະຫີນ ໄຕ B.


ຖານຂຸດເຈາະນຳ້ມັນ DK1 ມີໜ້າທີ່ແມ່ນສູນວິທະຍາສາດ-
ເຕັກນິກຫຼັງໜຶ່ງຢູ່ເທິງທະເລຕາເວັນຕົກສ່ຽງໃຕ້ຂອງປະເທດຊາດ.


ຊີວິດຢູ່ເທິງເກາະ ດາເລີນ B.


ຮ້ອງເພງເທິງຫາດຫີນປະກາລັງ ຢູ່ເກາະ ດາເລີນ A.


ຜ່ານເກາະແຕ່ລະໜ່ວຍ, ພວກຂ້າພະເຈົ້າຮັບຮູ້ໄດ້ນຳ້ໃຈທີ່ຮັກ
ແພງຂອງປະຊາຊົນ ແລະ ນັກຮົບຢູ່ເມືອງເກາະ ເຈ່ືອງຊາ.



ຄະນະຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມາແຕ່ 22 ປະເທດ
ແລະ ເຂດແຄວ້ນຕ່າງໆ ໃນໂລກ ມາຢາມເກາະ ດາເລີນ B.



ຄວາມສວຍສົດງົດງາມຂອງເກາະ ໂກລິນ.


ບັນດາເຂດດິນເທິງເມືອງເກາະ ເຈື່ອງຊາ ຄືພາກສ່ວນໜຶ່ງ ໃນເລືອດເນື້ອຂອງປະຊາຂົນ  ຫວຽດນາມ ແຕ່ລະຄົນ. 


ຫໍສັງເກດການຢູ່ເທິງເກາະຫີນ ໄຕ B.


ປາໂລມາຢູ່ເກາະ ເຈື່ອງຊາດົງ.


ໝາຫຼາຍໂຕກຳລັງຢອກຫຼິ້ນເທິງເກາະ ໂກລິນ.


ນົກໂຕໜຶ່ງໄດ້ປະຊາຊົນເອົາມາລ້ຽງເທິງເກາະ ເຈື່ອງຊາດົງ ຈາກດິນຕໍ່ແຜ່ນ.  


ຕ້ອນຮັບອະລຸນວັນໃໝ່ເທິງກຳປັ່ນຖືໝາຍເລກ KN-490.


ຕົ້ນກະທິງເທິງເກາະ ນາມອຽດ ຍັງບືນຕົວຂຶ້ນຢ່າງເຂັ້ມແຂງຕໍ່
ສະພາບລົມຟ້າອາກາດທີ່ຂ້ຽວຂາດເທິງທະເລຕາເວັນອອກ. 

ໃນການເດີນທະເລຄັ້ງນີ້, ພວກຂ້າພະເຈົ້າໄດ້ມາຢາມເກາະ 14 ໜ່ວຍ ແລະ ຖານຂຸດເຈາະນ້ຳມັນ DK1 ສອງແຫ່ງ. ແຕ່ລະບ່ອນມີຄວາມສວຍສົດງົດງາມໂດຍສະເພາະຂອງມັນເອງ, ແຕ່ສິ່ງທີ່ຮັບຮູ້ໄດ້ງ່າຍແມ່ນປະຊາຊົນຢູ່ທີ່ນີ້ ມີຄວາມສຸຂະທັດ ແລະ ຄວາມຮັກຊີວິດ. ຄະນະປະຕິບັດງານເລກ 6 ເຕົ້າໂຮມຜູ້ຕາງໜ້າຂອງຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ມາແຕ່ 22 ປະເທດ ແລະ ເຂດແຄວ້ນຕ່າງໆ ໃນໂລກ.
  
ສິ້ນສຸດການເດີນທະເລພາຍໃນ 11 ວັນຄືນ, ສຳລັບບັນດາ ສະມາຊິກໃນຄະນະປະຕິບັດງານ, ຜູ້ໃດກໍ່ມີຄວາມຮູ້ສຶກທີ່ແຕກຕ່າງກັນຕໍ່ຄວາມສວຍສົດງົດງາມ ແລະ ສັກກະລະບູຊາ ຂອງທະເລໝູ່ເກາະ ຫວຽດນາມ. ລາອອກຈາກ ເຈື່ອງຊາ, ພວກຂ້າພະເຈົ້າຂຶ້ນກຳປັ່ນຖືໝາຍເລກ KN-490 ກັບຄືນດິນຕໍ່ແຜ່ນດ້ວຍຄວາມມຸ່ງຫວັງຈະໄດ້ກັບມາທີ່ນີ້ ອີກເທື່ອໜຶ່ງ.

ປະຕິບັດໂດຍ: ຫງວຽນລວນ

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top