• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເພີ່ມທະວີການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ ແລະ ຍີ່ປຸ່ນ


(ເພີ່ມທະວີການພົວພັນຮ່ວມມືຮອບດ້ານ
ລະຫວ່າງຫວຽດນາມແລະຍີ່ປຸ່ນ)
      ໃນ​ລະຫວ່າງ​ວັນ​ທີ 1 – 2/12, ທ່ານ​ປະທານ​ສະພາ​ສູງ ຍີ່ປຸ່ນ Date Chiuichi  ​ແລະ ທ່ານ​ປະທານ​ສະພາ​ຕຳ່ ຍີ່ປຸ່ນ Oshima Tadamori ​ໄດ້​​ໃຫ້ການ​ຕ້ອນຮັບ​ທ່ານ ຟ້າ​ມມິ​ງຈິ໋ງ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ປະທານ​ກຸ່ມ ສະມາຊິກ​ລັດຖະສະພາ​ມິດຕະພາບ ຫວຽດນາມ - ຍີ່ປຸ່ນ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຍີ່ປຸ່ນ.
        ທີ່​ການ​ພົບ​ປະ​ດັ່ງກ່າວ, ທ່ານ​ຟ້າ​ມມິ​ງຈິ໋ງຢືນຢັນ​ວ່າ​ໃນ​ສະພາບ ​ໂລກ ​ແລະ ພາກ​ພື້ນ​ພວມ​ຜັນ​ແປ​ໄປ​ຢ່າງ​ຊັບ​ສົນ ​ແລະ ວ່ອງ​ໄວ​ຄື​ປະຈຸ​ບັນ, ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ອັນ​ເລິກ​ເຊິ່ງກວ້າງຂວາງ​ລະຫວ່າງ ຫວຽດນາມ - ຍີ່ປຸ່ນ​ຍິ່ງ​ມີ​ບົດບາດ​ສຳຄັນ​ສຳລັບ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ. ທ່ານ ຫວັງ​ວ່າ, ປະທານ​ສະພາ​ສູງ ​ແລະ ປະທານ​ສະພາ​ຕຳ່​ຍີ່ປຸ່ນ​ສືບ​ຕໍ່​ສະໜັບສະໜູນ ​ແລະ ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ຊຸກຍູ້​ການ​ພົວພັນ ຍີ່ປຸ່ນ - ຫວຽດນາມ ​ໃຫ້​ພັດທະນາ​ຢ່າງ​ເລິກ​ເຊິ່ງ ກວ້າງຂວາງ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ​ໃນ​ທຸກ​ຂົງ​ເຂດ.
        ສ່ວນທ່ານ ປະທານ​ສະພາ​ສູງ ​ແລະ ປະທານ​ສະພາ​ຕຳ່​ ຍີ່ປຸ່ນກໍ່​ຢືນຢັນ​ຈະ​ຮັດ​ແໜ້ນ​ການ​ພົວພັນ​ຮ່ວມ​ມື​ກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ ຢ່າງ​ບໍ່​ຢຸດ​ຢັ້ງ; ​ ສະໜັບສະໜູນ​ຢ່າງ​ຕັ້ງໜ້າ​ເພື່ອ​ໃຫ້​ລັດຖະບານ​ຍີ່ປຸ່ນຜັນ​ຂະຫຍາຍ​ບັນດາ​ໂຄງການ​ຮ່ວມ​ມື​ລະອຽດ​ກັບ ຫວຽດນາມ​ໃນ​ທຸກ​ຂົງ​ເຂດ; ພ້ອມ​ທັງ​ພ້ອມ​ແລ້ວ​ທີ່​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະພາ​ແຫ່ງ​ຊາດ ຫວຽດນາມ​ຢູ່​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ.
 (ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top