• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອາເມລິກາ ແລະ ຍີ່ປຸ່ນ ຊ້ອມຮົບຮ່ວມຢູ່ມະຫາສະໝຸດປາຊີຟິກ ຕາເວັນຕົກ

ກ່ຳ​ປັ່ນ​ສະ​ໜາມ​ບິນ​USS Carl Vinson
(ພາບ: Reuters)
      ວັນ​ທ​ີ 23/4, ກຳ​ລັງປ້ອງ​ກັນ​ທ​ະ​ເລ ຍີ່​ປຸ່ນ (MSDF) ໄດ້​ເລີ່ມ​ຊ້ອມ​ຮົບ​ຮ່ວມ​ກັບ​ກຸ່ມ​ກ່ຳ​ປັ່ນ​ຊ້ອມ​ຮົບ​ຂອງກອງ​ທັບ ອາ​ເມ​ລິ​ກາ, ໃນ​ນັ້ນ​ມີ​ກ່ຳ​ປັ່ນ​ສະ​ໜາມ​ບິນ​ນຳ​ໃຊ້​ພະລັງ​ງານ​ນິວ​ເຄຼຍ USS Carl Vinson. ການ​ຊ້ອມ​ຮົບ​ໄດ້​ດຳ​ເນີນ​ຢູ່​ມະ​ຫາ​ສະ​ໝຸດ ປາ​ຊີ​ຟິກ ຕ​າ​ເວັນ​ຕົກ ແລະ ດຳ​ເນີນ​ໃນ 2, 3 ວັນ. ກ່ອນ​ໜ້ານັ້ນ, ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ເລິ​ກາ Mike Pence, ໃຫ້​ຮູ້​ວ່າ: ພາຍຫຼັງ​ໄປ​ຮອດ​ທະ​ເລ ຍີ່​ປຸ່ນ, ກຸ່ມ​ກ່ຳ​ປັ່ນ​ສະ​ໜາມ​ບິນ​ດັ່ງ​ກ່າວ ຈະ​ສືບ​ຕໍ່​ເຄື່ອນ​ຍ້າຍ​ເຖິງ​ແຫຼມ ເກົາຫຼີ, ຖືນີ້​ແມ່ນ​ພາກ​ສ່ວນ​ໜຶ່​ງ​ໃນ​ຄຳ​ໝັ້ນ​ສັນ​ຍາ​ຂອງ ອາ​ເມ​ລິ​ກາ ກ່ຽວ​ກັບ​ການ​ຮຽງ​ບ່າ​ຮຽງ​ໄລ່​ກັບ​ບັນ​ດາ​​ປະ​ເທດພັນ​ທະ​ມິດ​ຢູ່​ເຂດ​ທາງ​ທິດ​ຕາ​ເວັນ​ຕົກ​ສ່ຽງ​ເໜືອ​ ປາ​ຊີ​ຟິກ. ນອກນັ້ນ, ໃນ​ເດືອນ 6 ຈະ​ມາ​ເຖິງ, ບັນ​ດາ​ກຳ​ລັງ​ທະ​ຫານ​ຂອງ ອາ​ເມ​ລິ​ກາ ຢູ່ ສ. ເກົາຫຼີ ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​​ຍົກ​ຍ້າຍ ແລະ ກູ້​ໄພ​ກູ້​ຊີບ​ພົນ​ລະ​ເມືອງ ອາ​ເມ​ລິ​ກາ ຢູ່ ສ. ເກົາຫຼີ ໃນ​ກໍ​ລະ​ນີ​ເກີດ​ວິ​ກິດກ​ານ. ຄຽງ​ຄູ່​ກັນ​ນັ້ນ, ກໍ່​ເພື່ອ​ແນ​ໃສ່​ສົມ​ທົບ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຮັບ​ມື​ກັບ​ບັນ​ດາ​ການ​ກະ​ທຳ​ເຄັ່ງ​ຕຶງ​ໃນ​ແຫຼມ ເກົາຫຼີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຂອງ 3 ປະ​ເທດ ອາ​ເມ​ລິ​ກາ, ຍີ່​ປຸ່ນ, ສ ເກົາຫຼີໄດ້​​ຂຶ້ນ​ແຜນ​ການ​ພົບ​ປະ​ກັນ​ໃນ​ທ້າຍ​ອາ​ທິດ​ຈະ​ມາ​ເຖິງ, ໃນ​ຂະ​ນະ​ທີ່​ໄປ​ຍັງ ນິວຢອກ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ.
 (ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top