• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຫວຽດນາມພັດທະນາປ່າຊາຍເລນແບບຍືນຍົງ

ພາບ​ປະ​ກອບ ​​​​​​​
          ແຕ່​ປີ 1994 ມາ​ຮອດ​ປະ​ຈຸ​ບັນ, ຜ່ານ​ໂຄງ​ການ “ການ​ປູກ​ປ່າ​ຊາຍ​ເລນ - ຫລຸດ​ຜ່ອນ​ຄວາມ​ສ່ຽງ, ໄພ​ພິ​ບັດ​ທຳ​ມະ​ຊາດ” ຫວຽດ​ນາມ ໄດ້​ປູກ​ປ່າ​ຊາຍ​ເລນ​ໄດ້ 24.000 ເຮັກ​ຕາ, ປົກ​ປ​ັກ​ຮັກ​ສາ​ເຂດຄັນ​ຄູ​ທະ​ເລ​ໄດ້ເກືອບ 100 ກມ. ນີ້​ແມ່ນ​ຂໍ້​ມູນ​ຂ່າວ​ໄດ້​ຍົກ​ອອກ​ມາ​ທີ່ກອງ​ປະ​ຊຸມ​ສຳ​ມະ​ນາ “ເພີ່ມ​ທ​ະ​ວີ​ວຽກ​ງານ​ຄຸ້ມ​ຄອງ ແລະ ພັດ​ທະ​ນາ​ປ່າ​ຊາຍ​ເລນ​ແບບ​ຍືນ​ຍົງ” ໄດ້​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 6/12 ຢູ່​ແຂວງ ນີງ​ບິ່ງ. ໂຄງ​ການ “ການ​ປູກ​ປ່າ​ຊາຍ​ເລນ - ຫລຸດ​ຜ່ອນ​ຄວາມ​ສ່ຽງ, ໄພ​ພິ​ບັດ​ທຳ​ມະ​ຊາດ” ໄດ້​ດຳ​ເນີນ​ຢ່າງ​ຕໍ່​ເນື່ອງ​ແຕ່​ປີ 1994 ມາ​ຮອດ​ປະ​ຈຸ​ບັນ, ດ້ວຍຍອດ​ຈຳ​ນວນ​ເງິນ​ກ່​ວາ 11 ລ້ານ USD, ໄດ້​ຮັ​ບ​ການ​ຜັ​ນ​ຂະ​ຫຍາຍຢ​ູ່ 10 ແຂວງ, ນະ​ຄອນ. ທ່ານ​ນາງ ຫງວຽນ​ທິ​ຊວນ​ທູ, ປະ​ທານ​ສະ​ພາ​ກາ​ແດງ ຫວຽດ​ນາມ, ໃຫ້​ຮູ້​ວ່າ:
        “ປະ​ຈຸ​ບັນ, ປ່າ​ຊາຍ​ເລນ​ໂດຍ​ສະ​ພາ​ກາ​ແດງ ຫວຽດ​ນາມ ປູກກວມ​ກ່​ວາ 4% ເນື້ອ​ທີ່​ປ່າ​ຊາຍ​ເລ​ນ​ຢູ່ ຫວຽດ​ນາມ, ແລະ ກວມ​ປະ​ມານ 25% ເນື້ອ​ທີ​ປ່າ​ຢູ່​ບັນ​ດາ​ແຂວງ​ໄດ້​ຜັນ​ຂະ​ຫຍາຍ​ໂຄງ​ການ. ໂຄງ​ການ​ມີ​ຈຳ​ນວນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດຫຼາຍ​ທີ່​ສຸດ, ກ່​ວາ 9 ລ້ານ​ຄົນ. ຄາດ​ວ່າ, ຮອດ​ປີ 2025, ຖ້າ​ຫາກ​ປົກ​​ປັກ​ຮັກ​ສາເນື້ອ​ທີ່​ປ່າ​ຊາຍ​ເລນນີ້​ຈະ​ປະ​ຢັດ​ໄດ້​ຈຳ​ນວນ​ເງິນກ່​ວາ 218 ລ້ານ USD”
 (ແຫຼ່ງຄັດຈາກ VOV)

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ: ຫວນຄືນໝູນເຊື້ອອັນສະຫງ່າລາສີ ແລະ ຕອບບຸນແທນຄຸນເພື່ອນມິດສາກົນ

ທີ່ພິທີ, ບັນດາຜູ້ແທນໄດ້ຫວນຄືນມູນເຊື້ອອັນສະຫງ່າລາສີຂອງກອງທັບ ແລະ ປະຊາຊົນ ຫວຽດນາມ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນ ຝລັ່ງ, ພິເສດແມ່ນໄຊຊະນະ ດ້ຽນບຽນຝູ.

Top