• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສື່ມວນຊົນອີຢິບແລະອິດສະຣາແອນໄດ້ໃຫ້ຂ່າວກ່ຽວກັບປະທານາທິບໍດີອິດສະຣາແອນຢ້ຽມຢາມຫວຽດນາມ


ທ່ານ​ປະ​ທານ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ Reuven Ruvi Rivlin
(ພາບປະ​ກອບ: TTXVN)
      ການ​ຢ້ຽມ​ຢາມ​ຫວຽດ​ນາມ​ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະ​ທານ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ Reuven Ruvi Rivlin ​ໂດຍສື່ມວນ​ຊົນ​​ພາກ​ພື້​ນ​ຕາ​ເວັນ​ອອກ​ກາງ ແລະ ອິດ​ສະ​ຣາ​ແອນ ໃຫ້​ຂ່າວ, ​ສ່ອງ​ແສງອັບ​ເດັດ. ວັນ​ທີ 21/03, ສື່​ສິ່ງ​ພິມ​ເອ​ເລັກ​ໂຕ​ນິກ Youm Sabaa ຂອງອີ​​ຢິບ ໄດ້​​​ຄັດ​ຄຳ​ເວົ້າ​ຂອງທ່ານ​ປະ​ທານາ​ທ​ິ​ບໍ​ດີ​ອິ​ດ​ສະ​ຣາ​ແອນ ກ່ອນ​ການ​ຢ້ຽມ​ຢາມ​ໄດ້​ຊີ້​ແຈ້ງວ່າ “ການ​ຢ້ຽມ​ຢາມ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ພົວ​ພັນ​ຢ່າງ​ແໜ້ນ​ແຟ້ນ​ລະ​ຫວ່າງ 2 ປະ​ເທດ. ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ທີ່​ຕັ້ງ​ສຳ​ຄັນ​ຢູ່​ອາ​ຊ​ີ”. ​ວັນ​ທີ 21/03, ວິ​ທະ​ຍຸ​ກະ​ຈາຍສຽງ​ອິດ​ສະ​ຣາ​ແອນ ໄດ້​ໃຫ້​ຂ່າວ​ກ່ຽວ​ກັບ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີ່ນ​ດ້າຍກວາງ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດ​ີ Reuven Ruvi Rivlin ​ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ຢືນ​ຢັນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ຊຸກຍ​ູ້​ຂໍ້​ຕົກ​ລົງ​ດ້ານ​ການ​ຄ້າ​ເສ​ລ​ີ​ລະ​ຫວ່າງ 2 ປະ​ເທດ. ທ່ານ​ປະ​ທານ​ປະ​ເທດຫວຽດ​ນາມ ກໍ່​ເນັ້ນ​ໜັກ​ວ່າ, ການ​ຢ້ຽມ​ຢາມ​ຂອງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ ຈະ​ໜູນ​ຊ່ວຍ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລວມ​ໃນ​ບັນ​ດາ​ຂົງ​ເຂດ, ໃນ​ນັ້ນ​ມີ​ຂົງ​ເຂດ​ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ.
        ໜັງ​ສືພິມໄປ​ສະ​ນີ Jerusalem ຂອງ​ອິດ​ສະ​ຣາ​ແອນ ກໍ່​ໃຫ້​ຂ່າວ​​ກ່ຽວ​ກັບມື້​ເຮັດ​ວຽກ​ທີ່ 2 ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Rivlin ໄດ້​ມີ​ບັນ​ດາ​ການ​ເຄື່ອນ​ໄຫວ​ຄື: ເຂົ້າ​ຮ່ວມກອງ​ປະ​ຊຸມ​ເສດ​ຖະ​ກິດ 2 ຝ່າຍ, ຢ້ຽມ​ຢາມ​ງານ​ວາງ​ສະ​ແດງ​ບັນ​ດາ​ເຄື່ອງ​ຈັກ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຫວຽດ​ນາມ…
(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top