• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ພິທີມອບລາງວັນກ່ຽວກັບການສື່ສານການຕ່າງປະເທດປີ 2016 ທົ່ວປະເທດຈັດຕັ້ງໃນວັນທີ 31ພຶດສະພາຢູ່ VOV

      ພິທີມອບລາງວັນກ່ຽວກັບການສື່ສານການຕ່າງປະເທດປີ 2016 ຖືກຈັດຂຶ້ນໃນວັນທີ 31 ພຶດສະພາປີ 2017 ຢູ່ສຳນັກງານວິທະຍຸກະຈາຍສຽງຫວຽດນາມ.
      
      ນີ້ແມ່ນຄັ້ງທີ 3 ພິທີມອບລາງວັນກ່ຽວກັບການສື່ສານການຕ່າງປະເທດຖືກຈັດຂຶ້ນ ເພື່ອຮັບຮູ້ ແລະ ເຊີດຊູບັນດານັກຂ່າວ, ຜູ້ຂຽນຕ່າງໆ ທີ່ມີບັນດາລາຍການ, ບົດຂຽນດີເດັ່ນໃນຂົງເຂດສື່ສານການຕ່າງປະເທດ. ຄະນະຈັດຕັ້ງໄດ້ຮັບ 893 ລາຍການ, ບົດຂຽນ ເຂົ້າຮ່ວມ ດ້ວຍ 17 ພາສາ. ເປົ້າໝາຍເຂົ້າຮ່ວມລວມມີ: ນັກຂ່າວ, ຜູ້ຮ່ວມງານຂອງບັນດາອົງການສື່ມວນຊົນຢູ່ພາຍໃນ ແລະ ຕ່າງປະເທດ, ຜູ້ຊ່ຽວຊານ, ນັກຄົ້ນຄ້ວາ, ນັກຖ່າຍຮູບ, ເອກອັກຄະລັດຖະທູດຫວຽດນາມຢູ່ຕ່າງປະເທດ, ເອກອັກຄະລັດຖະທູດ ຕ່າງປະເທດ ປະຈຳຫວຽດນາມ. ນອກນັ້ນ ຍັງມີຊາວຫວຽດນາມ ອາໄສຢູ່ຕ່າງປະເທດ, ເພື່ອນມິດສາກົນ ຫລາຍຄົນ ໄດ້ເຂົ້າຮ່ວມ.
      ພາຍຫລັງການປະກວດຮອບຄັດເລືອກ ແລະ ຮອງຊີງຊະນະເລີດ, ມີ 69 ບົດໄດ້ຮັບການຄັດເລືອກເພື່ອມອບລາງວັນທີຫນຶ່ງ, ທີສອງ ແລະ ລາງວັນຊົມເຊີຍ. ຜົນສຳເລັດຂອງພິທີມອບລາງວັນສະແດງໃຫ້ເຫັນອິດທິພົນຂອງການມອບລາງວັນນັບມື້ນັບໄດ້ຮັບການຍົກສູງຂຶ້ນ ແລະ ຢັ້ງຢືນບົດບາດສຳຄັນຂອງວຽກງານຖະແຫລງຂ່າວ, ໂຄສະນາເຜີຍແຜ່ການຕ່າງປະເທດປະຈຸບັນ. 
(ແຫຼ່ງຄັດຈາກ VOV)

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top