• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ບຸນ“ວູລານ” ແລະ ການຕອບແທນບຸນຄຸນ ຜູ້ໃຫ້ກຳເນີດ

ຫຼາຍປີມານີ້, ບຸນ“ວູລານ” ທີ່ເຄີຍໄດ້ຈັດຂຶ້ນໃນລະຫວ່າງ ວັນເພັງ ຂອງ ເດືອນກໍລະກົດ ຕາມຈັນທະປະຕິທິນ ບ່ໍພຽງແຕ່ແມ່ນ ວັນບຸນ ສະເພາະ ຂອງ ພຸດທະສາສະໜາເທົ່ານັ້ນ ຫາກຍັງ ແມ່ນໂອກາດ ເພື່ອໃຫ້ຊາວຫວຽດນາມ ແຕ່ລະຄົນ ສະແດງຄວາມຮູ້ບຸນຄຸນ ຂອງຕົນ ຕ່ໍຜູ້ທີ່ໄດ້ໃຫ້ກຳເນີດ.
 
ໃນວັນເພງ ເດືອນກໍລະກົດ ນີ້, ນອກຈາກການ ຈຸດທູບເສັ່ນໄຫວ້ ບູຊາປູ່ຍ່າຕາຍາຍ ແລະ ສິ່ງທີ່ມີຊີວິດທັງມວນແລ້ວ, ຊາວ ຫວຽດນາມ ຢູ່ທົ່ວທຸກແຫ່ງ ຍັງໄປ ນະມັດສະການ ຢູ່ວັດ ແຫ່ງ ຕ່າງໆ ເພື່ອເຂົ້າຮ່ວມກິດຈະກຳຂອງວັນບຸນ “ວູລານ”. ບ່ໍພຽງແຕ່ ຜູ້ເຖົ້າຜູ້ແກ່ ຜູ້ມີ ອາຍຸສູງ ຈຶ່ງເຂົ້າຮ່ວມເທົ່ານັ້ນ, ນ້ຳໃຈ ກະຕັນຍູ ກັບພ່ໍແມ່, ເຄົາລົບ ນັບຖື ບຸບພາຈານ ທີ່ໄດ້ສະແດງອອກ ໃນບຸນ “ວູລານ” ຍັງໄດ້ແຜ່ລາມ ອອກເຖິງ ພວກເພື່ອນຜູ້ໜຸ່ມນ້ອຍ.

ພະພິກສຸນີ ທິກນື້ຕິ້ງກວານ, ເຈົ້າອາວາດ ວັດ ດ່ິງກວາ(ຮ່າໂນ້) ໃຫ້ ຊາບວ່າ: ແຕ່ລະປີ, ຈຳນວນຜູ້ຢາກ ຕອບແທນບຸນຄຸນ ພ່ໍແມ່ ຜູ້ຍັງມີຊີວິດ ຫຼື ຜູ້ທີ່ລ່ວງລັບ ໄປແລ້ວ ນັບມື້ນັບຫຼາຍ. ບຸນ “ວູລານ” ກ່ໍເໝາະກັບຈິດໃຈ ກະຕັນຍູ ຂອງຊາວ ຫວຽດ ນາມ ແມ່ນເຊີດຊູ ສັບທີ່ວ່າຮູ້ບຸນຄຸນ ແລະ ມັນກ່ໍຕົງກັບ ນ້ຳໃຈຂອງ ສາສະໜາ ພຸດ. ຈາກນັ້ນ, ການຈັດບຸນ ຢູ່ໃນວັດ ຈຶ່ງ ໄດ້ກາຍເປັນ ຂະບວນການໜຶ່ງ ຂອງວົງຄະນາຍາດ ກ່ໍຄືຄົນທຸກຊັ້ນວັນນະ”.

ວັດດິ່ງກວ໋ານ (ເມືອງບັກຕື່ລຽມ) ແມ່ນໜຶ່ງໃນຈຳນວນວັດທີ່ ພວກເພື່ອນໜຸ່ມນ້ອຍຢູ່ ຮ່າໂນ້ຍ ມັກໄປຫາໃນງານບຸນ “ວູລານ” ແຕ່ລະປີ.

ພວກນັກສຶກສາໄປຮ່ວມງານບຸນ ທັງຊ່ວຍວຽກງານຕ່າງໆ ໃນວັດ. 

ຜູ້ຄົນທີ່ເຂົ້າຮ່ວມງານບຸນ ເຄີຍຝາກຝັງ ຄວາມປາຖະໜາຂອງ ຕົນເອງຢູ່ໃນໃບຕົ້ນໂພ ເຮັດດ້ວຍເຈ້ຍ ເພື່ອສົ່ງເຖິງ ຜູ້ໃຫ້ ບັງເກີດເກົ້າ.

ວັນບຸນ “ວູລານ” ສະແດງຄວາມຮູ້ບຸນຄຸນ ຂອງຕົນ ຕ່ໍຜູ້ເປັນ ພ່ໍແມ່ ແມ່ນວັນບຸນສະຫຼັກສຳຄັນ ຂອງຜູ້ເຊື່ອຖືສາສະໜາພຸດ.

ດອກກຸຫຼາບແດງ ແມ່ນການເຕື້ອງເຖິງ ບຸນຄຸນຂອງຜູ້ທີ່ໃຫ້ການ ກຳເນີດ, ສ່ວນດອກກຸຫຼາບຂາວແມ່ນການສະແດງວ່າ ຜູ້ນັ້ນພ່ໍ ແມ່ໄດ້ລ່ວງລັບໄປແລ້ວ.

  ຊາວໜຸ່ມຜູ້ໜຶ່ງ ແປ່ງປັນຄວາມຮູ້ສຶກ ຂອງຕົນເອງຕ່ໍ ການເສຍສະຫຼະ ອັນບ່ໍມີຂອບເຂດ ຂອງຜູ້ເປັນພ່ໍແມ່.

  ພວກຊາວໜຸ່ມເຂົ້າຮ່ວມງານບຸນ ຕ່າງກ່ໍສະດຸງໃຈ ເມື່ອໄດ້ຮັບຟັງ ການເທສະໜາ ກ່ຽວກັບ ຄຸນຄວາມດີ ຂອງພ່ໍແມ່ ຜູ້ບັງເກີດເກົ້າ. 

ລຸ້ນຄົນໜຸ່ມ ຂັດດອກໄມ້ ໃຫ້ແກ່ ຊຸມຜູ້ອາຍຸສູງ ເພື່ອສະແດງ ຄວາມຮູ້ບຸນຄຸນ ແລະ ຄວາມເຄົາລົບນັບຖືຢ່າງສູງ.

ເດັກນ້ອຍ ຜູ້ທີ່ໃຫຍ່ຂຶ້ນໃນຄອບຄົວ ຂອງຊາວພຸດ ເຄີຍໄດ້ ຮັບການ ສຶກສາ ຕ້ອງຮູ້ບຸນຄຸນ ແລະ ຮັກແພງຜູ້ທີ່ໃຫ້ກຳເນີດ ຕົນເອງ. 

ພາຖາດຢູ່ນອກເຮືອນ ເພື່ອເສັ່ນໄຫວ້ ໃຫ້ແກ່ ວິນຍານ ຂອງ ຜູ້ທີ່ອາພັບ ຕ້ອງລະຫົກລະເຫີນ ຫຼື ອະໄພຍະໂທດ ແກ່ຜູ້ທີ່ ຫຼົງທຳຄວາມຜິດ.
ຜູ້ທີ່ມາຮ່ວມງານບຸນໃນວັດ ລ້ວນແຕ່ໄດ້ ຂັດດອກກຸຫຼາບນ້ອຍ ຢູ່ ເອິກ. ຜູ້ຍັງມີພ່ໍແມ່ ຈະຂັດດອກກຸຫຼາບແດງ, ຜູ້ທີ່ພ່ໍແມ່ ເສຍແລ້ວ ຈະຂັດດອກກຸຫຼາບຂາວ ເພື່ອ ເປັນການລະນຶກເຖິງ ຜູ້ທີ່ໄດ້ໃຫ້ກຳ ເນີດຕົນເອງ. ມາລະຍາດນີ້ ກ່ໍເພື່ອເປັນການ ພາວະນາ ໃຫ້ຜູ້ທີ່ ລ່ວງລັບແລ້ວນັ້ນ ໄດ້ໄປສູ່ສຸກຂະຕິພົບ ແລະ ເຕືອນໃຫ້ຜູ້ທີ່ໂຊກ ດີ ຍ້ອນຍັງມີພ່ໍແມ່ ຕ້ອງມີຄວາມຮັກ ຄວາມແພງຫວງແຫນພ່ໍແມ່.

ໃນມື້ບຸນນີ້, ຢູ່ແທ່ນບູຊາຂອງວັດ ສາສະນິກະຊົນຈາກສາລະທິດ ຈະມາຈູດທູບ ພາວະນາ ປູ່ຍ່າຕາຍາຍ ບັນພະບຸລຸດ ແລະ ພ່ໍແມ່, ຂຽນໃສ່ເຈ້ຍ ຄຳອວຍພອນ ແລະ ຄວາມປາຖະໜາ ຢາກໃຫ້ເຂົາ ເຈົ້າ ໄດ້ຢູ່ຢ່າງສຸກສັນ ໃນເມືອງຟ້າ ແລ້ວ ແຂວນເຈ້ຍນັ້ນ ຢູ່ເທິງ ຕົ້ນໂພ ພ້ອມນັ້ນ ກ່ໍຍັງມີພິທີການຕ່າງໆ ຄືຖວາຍພະພອນ ເຄື່ອງ ສັງຄະທານ, ປ່ອຍສັດນົກເພື່ອ ເປັນການບຳເພນກຸສົນ, ໄຫວ້ວອນ ພະພຸດທະເຈົ້າ ກ່ໍຄືວິນຍານນະຂັນ ຂອງ ຜູ້ທີ່ໄດ້ ຕາຍໄປໂດຍບໍ່ມີຜູ້ ເພິ່ງພາອາໄສ… ນອກຈາກນັ້ນ, ຄູບາອາຈານ ຍັງປະຕິບັດການ ເທສະໜາ ເພື່ອໃຫ້ ສາສະນີກະຊົນ ຮັບຮູ້ ຄວາມໝາຍ ຂອງງານບຸນ “ວູລານ” ນີ້ ໃຫ້ເຖິງກົກເຖິງປາຍ.

ນາງ ຫງວຽນກີ່ວນຈາງ, ນັກສຶກສາ ມະຫາວິທະຍາໄລການຄ້າ ຕ່າງ ປະເທດ ຮ່າໂນ້ຍ ໄຂຄວາມໃນໃຈອອກມາວ່າ: “ນ້ອງ ຮູ້ສຶກໂສກ ເສົ້າເສຍໃຈທີ່ສຸດເພາະ ຫຼາຍເທ່ືອຫຼາຍທີ ໄດ້ເຮັດໃຫ້ ພ່ໍແມ່ເສຍໃຈ ມາໃນມື້ນີ້ ເມື່ອໄດ້ຮັບຟັງອາຈານສິດສອນ ກ່ຽວກັບ ຈາລິຍະທຳ ຂອງຜູ້ທີ່ເປັນລູກເປັນຫຼານ, ນ້ອງໄດ້ເວົ້າ ກັບຕົນເອງ ວ່າ ຕ້ອງ ພະຍາຍາມປົນນິບັດເບິ່ງແຍງ ພ່ໍແມ່ ເພື່ອເປັນການ ຕອບແທນບຸນຄຸນ ຂອງຜູ້ທີ່ໄດ້ລ້ຽງດູຕົນເອງ ໃຫ້ ເຕີບໃຫຍ່ເຂັ້ມແຂງ”.

ອາດເວົ້າໄດ້ວ່າ, ບຸນ“ວູລານ” ແຕ່ລະປີໄດ້ກາຍເປັນ ວັດທະນະທຳ ອັນດີງານຂອງຊາວ ຫວຽດນາມ, ແມ່ນໂອກາດ ເພື່ອໃຫ້ແຕ່ລະຄົນ ຕ້ອງໃຊ້ຊີວິດໃຫ້ຕົງກັບ ສະພາວະການ ຂອງຕົນ, ໃຫ້ການຮັກແພງ ແລະ ບົວລະບັດເບິ່ງແຍງ ພ່ໍແມ່ ກ່ໍຄືຜູ້ຄົນ ຢູ່ອ້ອມຂ້າງຕົນຫຼາຍກວ່າ.
ບົດ: ເງິນຮ່າ - ພາບ: ວັນກວ໋ຽນ

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top