• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ບັນດາຮູບພາບທີ່ສວຍງາມ

ເຖິງວ່າ ຫາກໍ່ສ້າງຕັ້ງກວ່າໜຶ່ງປີ, ແຕ່ສະໂມສອນຖ່າຍຮູບ ວິນາທີຄຳ ຂອງຂ່າວພາບຫວຽດນາມ ໄດ້ກາຍເປັນການຊ່ວຍຊູ ວິຊາການ ແລະ ເວທີ ທີ່ ມີຜົນປະໂຫຍດ ບໍ່ສະເພາະແຕ່ນັກຂ່າວພາບເທົ່ານັ້ນ, ຫາກບັນດາ ບັນນາ ທິການ, ນັກແປພາສາ ແລະ ນັກແຕ້ມກໍ່ຍັງເຂົ້າຮ່ວມອີກດ້ວຍ.

 

ສະໂມສອນຖ່າຍຮູບວິນາທີຄຳ ກໍ່ເປັນສະຖານທີ່ ເພື່ອໃຫ້ບັນດາສະມາຊິກ ໃນສະໂມສອນ ແບ່ງປັນຮູບທີ່ສວຍງາມ ຂອງ ຕົນ ຫຼັງຈາກໄດ້ກັບມາ ຈາກການໄປຖ່າຍຮູບຕົວຈິງ ຢູ່ແຂວງ ຮ່າຢາງ (ເດືອນ 6/2013), ແຂວງ ອຽນບາຍ (ເດືອນ 9/2013), ແຂວງ ໂມກເຈົາ (ເດືອນ 12/2013), ແຂວງ ຊາປາ (ເດືອນ 2/2014), ເມືອງ ໝູ໋ກັງຈາຍ (ເດືອນ 6/2014) ແລະ ອ້ອມຂ້າງບໍລິເວັນນະຄອນ ຮ່າໂນຍ ອີກດ້ວຍ. ຮູບໃບທີ່ສວຍງາມດັ່ງກ່າວນັ້ນ ຈະໄດ້ລົງຢູ່ ຂ່າວພາບຫວຽດນາມ ແລະ ເກັບໄວ້ເພື່ອຮັບໃຊ້ໃຫ້ການຈັດຕັ້ງງານວາງສະແດງພາບໃນອະນາຄົດ. 

ບັນດາສະມາຊິກຂອງສະໂມສອນຖ່າຍຮູບວິນາທີຄຳ ຢູ່ສະຖານີລົດໄຟ ລາວກາຍ ເມື່ອເດືອນ ມີນາ 2014. ພາບ: VNP
ນອນຈາກນັ້ນ, ສະໂມສອນ ກໍ່ຈະຈັດຕັ້ງບັນດາການເຄື່ອນໄຫວ ແລກປ່ຽນວິຊາການ ກັບບັນດາສະໂມສອນຖ່າຍຮູບ ຕ່າງໆ ເພື່ອສ້າງຂົວເຊື່ອມຕໍ່ ຊ່ວຍໜູນຢ່າງແຂງແຮງ ແລະ ເໝາະກັບຄວາມເປັນຈິງ ໃຫ້ແກ່ແຫຼ່ງຂໍ້ມູນ ຮູບພາບຂອງຂ່າວ ພາບຫວຽດນາມ.  
ບົດປະພັນຈຳນວນໜຶ່ງ ຂອງບັນດາສະມາຊິກສະໂມສອນ:

ລະດູເກັບກ່ຽວເຂົ້າຢູ່ ໝູ່ກາງຈາຍ (ອຽນບາຍ, ເດືອນ 9/2013). ພາບ: ຫງວຽນຖັ໋ງ/VNP

ທ່ຽວຊົມດອກໝາກມັ້ນຢູ່ ໂມກເຈົາ (ເຊີນລາ, ເດືອນ 12/2013). ພາບ: ຫງວຽນຖັ໋ງ/VNP

ຊາວບ້ານ ເຈກູຍາ (ເມືອງ ໝູ່ກາງຈາຍ) ພວມຫ້າງຫາກະກຽມໃຫ້ແກ່ລະດູການໃໝ່ (ອຽນບາຍ, ເດືອນ 6/2014). ພາບ: ດັງຕຽນ/VNP

ເວລາວ່າງຢູ່ຄອບຄົວຊາວເຜົ່າມົ້ງ ທີ່ເມືອງ ໝູ່ກາງຈາຍ (ອຽນບາຍ, ເດືອນ 9/2013). ພາບ: ຈ້ອງຈິງ/VNP

ຄອບຄົວຊາວເຜົ່າມົ້ງ ຢູ່ບ້ານ ຈ່ຽງລີ, ຕາແສງ ເວີນໂຮ່, ແຂວງ ເຊີນລາ ພວມອະນາໄມເຮືອນ
ເພື່ອຕ້ອນຮັບປີໃໝ່ (ເຊີນລາ, ເດືອນ 12/2013). ພາບ: ແທງຮ່ວາ/VNP

ເດັກນ້ອຍພວມຂີ່ໄມ້ໂຢກເຢກ ຢູ່ບ້ານ ກາດກາດ, ຕາແສງ ຊານສາໂຮ່, ເມືອງ ຊາບາ (ລາວກາຍ, ເດືອນ 3/2014). ພາບ: ກົງດາດ/VNP

ເດັກນ້ອຍເຜົ່າມົ້ງ ພວມຫຼິ້ນເຕັ້ນເຊືອກຢູ່ ຕາແສງ ກາວເຊີນ, ເມືອງ ເມືອງເຄືອງ (ລາວກາຍ, ເດືອນ 1/2014). ພາບ: ວຽດເກື່ອງ/VNP

ຮ້ານຂາຍເຄື່ອງຫັດຖະກຳພື້ນເມືອງ ຢູ່ຖະໜົນ ເກົ່າໄມ, ເທດສະບານ ຊາບາ (ລາວກາຍ, ເດືອນ 3/2014). ພາບ: ທົງທ້ຽນ/VNP

ຫວ່ານສາລີໃນສວນໝາກມັ້ນ ທີ່ຕາແສງ ຫຼອງລວງ, ເມືອງ ເວີນໂຮ່ (ເຊີນລາ, ເດືອນ 12/2013). ພາບ: ເຕິດເຊີນ/VNP

ໄປຕະຫຼາດຊາປາ ນຳແມ່ (ລາວກາຍ, ເດືອນ 3/2014). ພາບ: ທົງທ້ຽນ/VNP

ຊາວເຜົ່າມົ້ງ ປຸກເຮືອນໃໝ່ (ເຊີນລາ, ເດືອນ 12/2013). ພາບ: ເຈີ່ນແທງຢາງ/VNP

bichlien

ຕາທິບ ທະເລຕາເວັນອອກ

“ຕາທິບ” ທະເລຕາເວັນອອກ

ສະຖານີ ຣາດາ 44 (T44) ສັງກັດກອງພັນ 292, ກອງພົນ 377, ເຫຼົ່າຮົບປ້ອງກັນອາກາດ ຕັ້ງທັບ ຢູ່ເທິງເກາະ ຟານວິງອາ ສັງ ກັດເມືອງເກາະ ເຈື່ອງຊາ ຊຶ່ງ ຖືວ່າ ເປັນ “ຕາທິບ”  ຢູ່ເທິງ ທະເລຕາເວັນອອກ, ກຳລັງເຝົ້າຍາມເຂດທະເລນ່ານຟ້າ ທີ່ ສັກ ສິດຂອງປະເທດຊາດ ຫວຽດນາມ ຕະຫຼອດວັນຄືນ. 

Top