• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານປະທານປະເທດເຈີນດ້າຍກວາງຢ້ຽມຢາມ,ອວຍພອນບຸນເຕັດກຳລັງປະກອບອາວຸດທະຫານເຂດ9

(ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກ​ວາງ ອວຍ​ພອນ​ບຸນ​ເຕັດ
​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​​ທະ​ຫານເຂດ 9)
          ຕອນ​ເຊົ້າ​ວັນ​ທີ 21/01, ຢູ່​ນະ​ຄອນ​ເກີ​ນ​ເທີ, ທ່ານ​ປະ​ທານ​ປະ​ເທດ ເຈີ​ນ​ດ້າຍກ​ວາງ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ສ​ູນ​ກາງ, ໄດ້​ລົງຢ້ຽມ​ຢາມ, ກວດ​ກາ​ວຽກ​ງານ ແລະ ອວຍ​ພອນ​ບຸນ​ເຕັດ​ພະ​ນັກ​ງານ, ນັກ​ຮົບ​ກຳ​ລັງ​ປະ​ກອບ​ອາ​ວຸດ​​ທະ​ຫານເຂດ 9. ຢູ່​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ເໜີ​ໃຫ້​ກຳ​ລັງ​ປະ​ກອ​ບ​ອາ​ວຸດ​ທະ​ຫານ​ເຂດ 9 ເພີ່ມ​ທະ​ວີ​ວຽກ​ງານ​ກຳ​ແໜ້ນ, ຄົ້ນ​ຄວ້າ, ຕ​ີ​ລາ​ຄາ ແລະ ຄາດ​ຄະ​ເນ​ບັນ​ດາ​ສະ​ພາບ​ການສັບ​ສົນ​ອາດ​ຈະ​ເກີດ​ຂຶ້ນ, ໂດຍ​ສະ​ເພາະ​ແມ່ນຢ​ູ່​ບັນ​ດາ​ເຂດ​ທະ​ເລ, ເກາະ, ເຂ​ດ​ຊາຍ​ແດນ; ຄົ້​ນ​ພົບ​ບັນ​ດາ​ກົນ​ອຸ​ບາຍ, ການ​ເຄື່ອນ​ໄຫວ​ຫວັງ​​ມ້າງ​ທຳ​ລາຍ​ຂອງ​ບັນ​ດາ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ, ປະ​ຕິ​ການ​ເພື່ອ​ເປັນ​ເຈົ້າ​ການ ມີ​ມາດ​ຕະ​ການ​ຮັບ​ມີ, ສະ​ກັດ​ກັ້ນ, ຍູ​້​ໃຫ້​ຖອຍ​ໄປ, ເພື່ອ​ປົກ​ປັກ​ຮັກ​ສາ​ເຂດ​ດິ​ນ​ແດນ​ຂອງ​ປະ​ເທດ​ຊາດຢ່າງ​ໝັ້​ນ​ຄົງ. ທ່ານ​ປະ​ທ​ານ​ປະ​ເທດ ເຈີນ​ດ້າຍກວ​າງ​ ຮຽກ​ຮ້ອງ​ໃຫ້​ກຳ​ລັງ​ປະ​ກອບ​ອາ​ວຸດ​​ທະ​ຫານເຂດ 9 ເປັນ​ເຈົ້າ​ການ ແລະ ຕັ້ງ​ໜ້າ​ຍົກ​ສູງ​ປ​ະ​ສິດ​ທິ​ຜົນ​ວຽກ​ງານ​ພົວ​ພັນ​ຕ່າງ​ປະ​ເທດ​ປ້ອງ​ກັນ​ຊາດ ກັບ​ກຳ​ປູ​ເຈຍ ໃຫ້​ຖືກ​ຕາມ​ທິດ​ທາງ​ພົວ​ພັນ​ກັບ​ຕ່າງ​ປະ​ເທດ​ຂອງ​ພັກ, ລັດ; ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ, ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ​ກຳ​ລັງ​ປ​ະ​ກອບ​ອາ​ວຸດ​ເຂດ​ທະ​ຫານກັບ​ກອງ​ທັບ ແລະ ປະ​ຊາ​ຊົນ​ກຳ​ປູ​ເຈຍ, ເພື່ອ​ແນ​ໃສ່​ສ້າງ​ເຂ​ດ​ຊາຍ​ແດນ​ສັນ​ຕິ​ພາບ, ມິດ​ຕະ​ພາບ, ສະ​ຖ​ຽນ​ລະ​ພາບ, ຮ່ວມ​ມື ແລະ ພັດ​ທະ​ນາ.
        ແລະກ​ໍ່​ໃນ​ວັນ​ດ​ຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ​ ແລະ ຄະ​ນະ​ປະ​ຕິ​ບັດ​ງານ​ສູນ​ກາງ ໄດ້​ລົງ​ຢ້ຽມ​ຢາມ, ອ​ວຍ​ພອນບຸນ​ເຕັດ​, ມອບ​ຂອງ​ຂວັນ​ໃຫ້ບັນ​ດາ​ຄອບ​ຄົວ​ນະ​ໂຍ​ບາຍ, ຄ​ອ​ບ​ຄົວ​ທຸກ​ຍາກ; ໄປ​ຢ້ຽມ​ຢາມ, ກວດ​ກາ​ວຽກ​ງານ ແລະ ອວຍ​ພອນ​​ບຸນ​ເຕັດນັກ​ຮົບບັນ​ດາ​ກຳ​ລັງ​ປະ​ກອບ​ອາ​ວຸດ​ຢູ່​ແຂວງ​ອາ​ນ​ຢາງ.
 (ແຫຼ່ງຄັດຈາກ VOV)
 

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top