• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ການຍ້ອງຍໍຊົມເຊີຍຕ້ອງມຸ່ງເຖິງຄົນງານໂດຍກົງ


ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ກ່​າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ
​      ຕອ​ນ​ເຊົ້າ​ວັນ​ທີ 23/2, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ, ປະ​ທານ​ສະ​ພາ​ແຂ່ງ​ຂັນ - ຍ້ອງ​ຍໍ​​ສູນ​ກາງ, ເປັນ​ປະ​ທານ​ກອງ​ປະ​ຊຸມ​ຂອງ​ສະ​ພາ​ເພື່ອ​ແນ​ໃສ່​ຕີ​ລາ​ຄາ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ຈຸດ​ສຸມ​ປີ 2017. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຖື​ວ່າ: ປີ 2017, ສະ​ພາບ​ການ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ​ຍັງ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ແຕ່​ຍິ່ງ​ຫຍຸ້ງ​ຍາກຍິ່ງ​ຕ້ອງ​ແຂ່ງ​ຂັນ​ເພື່ອ​​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ເສດ​ຖະ​ກິດ​ສັງ​ຄົມ, ​ການປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຕ່າງ​ປະ​ເທດ​ໄດ້​ວາງ​ອອກ​ຢ່າງ​ຮອບ​ດ້ານ. ບັນ​ດາ​ຂະ​ບວນ​ການ​ແຂ່​ງ​ຂັນ​ຕ້ອງ​ມີ​ເປົ້າ​ໝາຍ​ແທດ​ຈິງ, ລະ​ອຽດ, ຕິດ​ພັນ​ກັບ​ໜ້າ​ທີ່​ການ​ເມືອງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ, ຫົວ​ໜ່​ວຍ. ດ້ວຍ​ຫົວ​ຂໍ​້ໃນ​ປີ 2017 ແມ່ນ “ເພ​ີ່ມ​ທະ​ວີ​ລະ​ບ​ຽບ​ວິ​ໄນ, ຍົກ​ສູງ​ຄວາມ​ຮັບ​ຜິດ​ຊອບ, ແຂ່ງ​ຂັນ​ຢ່າງ​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ພັດ​ທະ​ນາ​ໄວ ແລະ ຍືນ​ຍົງ”, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຽກ​ຮ້ອງ​ຕ້ອງ​ໝູນ​ໃຊ້​ໃນ​ບັນ​ດາ​ຂະ​ແໜງ, ທ້ອງ​ຖິ່ນ, ຫົວ​ໜ່ວຍ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂ​ະ​ບວນ​ການ​ແຂ່ງ​ຂັນ​ຢ່າງ​ເໝາະ​ສົມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ່​ຮຽກ​ຮ້ອງວ່າ: ໃນ​ວຽກ​ງານ​ຍ້ອງ​ຍໍ​ຊົມ​ເຊີຍ​ຕ້ອງ​ທັນ​ການ, ຊັດ​ເຈນ, ຖືກ​​ຄົນ​ຖືກວຽກ, ​ຖື​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ, ປະ​ສິດ​ທິ​ຜົນ​ສົ່ງ​ຜົນ​​ກະ​ທົບ​ເຖິງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ເປັນໄມ້ຫຼາ​ວັດ​ແທກ. ​ການຍ້ອງ​ຍໍ​ຕ້ອງໄປ​ມຸ່ງ​ເຖິງ​ຄົນ​ງານ​ໂດຍ​ກົງ.
(ແຫຼ່ງຄັດຈາກ VOV)

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ໄຊ​ຊະ​ນະ ດ້ຽນ​ບຽນ​ຝູ ສ້າງ​ຂີດ​ໝາຍ​ອັນ​ຍິ່ງ​ໃຫຍ່​ຂອງ​ຍຸ​ກ​ສະ​ໄໝ

ວັນທີ 07 ພຶດສະພາ, ຫວຽດນາມ ໄດ້ຈັດພິທີສະເຫຼີມສະຫຼອງວັນໄຊຊະນະ ດ້ຽນບຽນຝູ ຄົບຮອບ 70 ປີ (ວັນທີ 07 ພຶດສະພາ 1954 – 07 ພຶດສະພາ 2024) ຂຶ້ນຢ່າງສົມກຽດ, ເຊິ່ງເປັນໄຊຊະນະໄດ້ສ້າງຂີດໝາຍໃນປະຫວັດສາດໂລກ. ໄຊຊະນະ ດ້ຽນບຽນຝູ ບໍ່ພຽງແຕ່ຢັ້ງຢືນກຳລັງແຮງແຫ່ງຄວາມສາມັກຄີຂອງຊາດ ຫວຽດນາມ ເທົ່ານັ້ນ, ຫາກຍັງແມ່ນຈຸດເດັ່ນໃນປະຫວັດສາດປົດປ່ອຍຊາດໃນໂລກ, ແມ່ນແຫຼ່ງລະດົມກຳລັງໃຈຢ່າງໃຫຍ່ຫຼວງໃຫ້ແກ່ປະຊາຊາດທີ່ຮັກຫອມສັນຕິພາບ. ໄຊຊະນະ ດ້ຽນບຽນຝູ ຊຸກຍູ້ຂະບວນການປົດປ່ອຍຊາດທົ່ວໂລກບັນລຸໄດ້ໄຊຊະນະຢ່າງສົມບູນ.

Top