• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ກອງປະຊຸມຄົບຄະນະຄັ້ງທີ 4 ຂອງກຳມາທິການຍຸຕິທຳ

ທ່ານ​ນາງ​ປະ​ທານ​ກຳ​ມາ​ທິ​ການ ເລ​ທິງ​າ ເປັນ​ປະ​ທານກອງ​ປະ​ຊຸມ
(ພາບ: TTXVN)
       ວັນ​ທີ 29/03, ຢູ່​ຮ່າ​ໂນ້ຍ, ກຳ​ມາ​ທິ​ການ​ຍຸ​ຕິ​ທຳ​ຂອງ​ສະ​ພາ​ແຫ່ງ​ຊາດ ໄດ້​ໄຂ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ຄັ້ງ​ທີ 4. ທ່ານ​ນາງ​ປະ​ທານ​ກຳ​ມາ​ທິ​ການ ເລ​ທິງ​າ ເປັນ​ປະ​ທານກອງ​ປະ​ຊຸມ. ໃນ​ມື້​ເຮັດ​ວຽກ​ທຳ​ອິດ, ກຳ​ມາ​ທິ​ການ​ຍຸ​ຕິ​ທຳ ໄດ້​ກວດ​ກາ​ໂຄງ​ການ​ກົດ​ໝາຍ, ​ມາດ​ຕະ​ການ​ຮີບ​ດ່ວນ​ຊ​ົ່ວ​ຄາວ​ກ່ອນ​ທີ່​ຈະຟ້ອງ​ສານ. ຮ່າງ​ກົດ​ໝາຍ​ກຳ​ນົດ​ກ່ຽວກັບ​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ​ຊົ່ວ​ຄາວ​ກ່ອນ​ທີ່​ຈະ​ຟ້ອງ​ສານ; ​ສິດ​ອຳ​ນາດ, ຂັ້ນ​ຕອນ, ລະ​ບຽບ​ການ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ຮີບ​ດ່ວນ​ຊົ່ວ​ຄາວ​ກ່ອນ​ທີ່​ຈະ​ຟ້ອງ​ສານ. ມີ​ຫຼາຍ​ຄຳ​ເຫັນ​ຖື​ວ່າ, ນີ້​ແມ່ນ​ຮ່າງ​ກົດ​ໝາຍ​ກ່ຽວ​ຂ້ອງ​ເຖິງ​ສິດ ແລະ ຜົນ​ປະ​ໂຫຍດ​ອັນ​ຊອບ​ທຳ​ຂອງ​ບັນ​ດາ​ອົງ​ການ, ​ສຳ​ນັກ​ງານ, ສ່ວນ​ບຸກ​ຄົນ, ໃນ​ນັ້ນ​ມີ​ບັນ​ດາ​ຂໍ້​ກຳ​ນົດ​ກ່ຽ​ວ​ຂ້ອງ​ເຖິງ​ສິດ​ທິ​ມະ​ນຸດ, ສິດ​ພື້ນ​ຖານ​ຂອງ​ພົນ​ລະ​ເມືອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແລະ ​ດັດ​ປັບ​ການ​ພົວ​ພັນ​​ສັງ​ຄົມ​ໃໝ່ ຢ​ູ່ນອກ​ຂອບ​ເຂດ​ຂອງ​ ປະມວນກົດໝາຍດຳເນີນຄະດີ​ແຜ່ງ. ສະ​ນັ້ນ, ການ​ສ້າງ​ຮ່າງ​ກົດ​ໝາຍ​ຕ້ອງ​ຮັບ​ປະ​ກັນ​ຖືກ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ເປັນ​ເອ​ກະ​ພາບ​ຂອງ​ລະ​ບົບ​ກົດ​ໝາຍ; ກຳ​ນົດ​ບັນ​ດາ​ເງື່ອນ​ໄຂ​ນຳ​ໃຊ້​ບັນ​ດາ​ມາດ​ຕະ​ການ​ດັ່ງ​ກ່າວ​ຢ່າງ​ຈະ​ແຈ້ງ, ລະ​ອຽດ, ​ຮັດ​ກຸ່ມ ເພື່ອ​ຮັບ​ປະ​ກັນ​ລັກ​ສະ​ນະ​ເປັນ​ໄປ​ໄດ້.
 (ແຫຼ່ງຄັດຈາກ VOV)
 

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ການ​ປະ​ທະ​ກັນລະ​ຫວ່າງ ຮາ​ມາດ​ສ - ອິດ​ສະ​ຣາ​ແອັນ: ການ​ເຈ​ລະ​ຈາ​ຢຸ​ດ​ຍິງ​ຢູ່​ເຂດ ກາ​ຊາ ບັນ​ລຸ​ໄດ້​ຄວາມ​ຄືບ​ໜ້າ​ຈຳ​ນວນ​ໜຶ່ງ

ຮອບເຈລະຈາປັດຈຸບັນຢູ່ Cairo ໄດ້ເລີ່ມໃນວັນທີ 7 ພຶດສະພາ, ໂດຍມີທັງໝົດ 5 ຄະນະຜູ້ແທນ ຕ່າງກໍມີປະຕິກິລິຍາຢ່າງຕັ້ງໜ້າຕໍ່ກັບການເຊື່ອມຕໍ່ການເຈລະຈາຄືນໃໝ່.

Top