• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ເພື່ອນມິດ ກັບ ຫວຽດນາມ

ຜູ້ສົ່ງເສີມສິດສະເໝີພາບ ໃຫ້ແກ່ແມ່ຍິງ ຫວຽດນາມ

ຫົວໜ້າຜູ້ຕາງໜ້າກອງທຶນປະຊາກອນ ສະຫະປະຊາຊາດ (UNFPA) ປະຈໍາ ຫວຽດນາມ, ທ່ານນາງ Naomi Kitahara (ຄົນ ຍີ່ປຸ່ນ) ຮ່ວມກັບ UNFPA ໄດ້ປະຕິບັດຫຼາຍໂຄງການ ເພື່ອ ສະໜັບສະໜູນສຸຂະພາບ, ສົ່ງເສີມສິດ ສະເໝີພາບໃຫ້ ແກ່ແມ່ ຍິງ ແລະ ເດັກຍິງ ຢູ່ ຫວຽດນາມ. 
ຫຼັງຈາກໄດ້ຮັບໜ້າທີ່ການງານຢູ່ ຫວຽດນາມ ເມື່ອວັນທີ 1 ກັນ ຍາ 2019, ທ່ານນາງ Naomi Kitahara ຮູ້ສຶກດີໃຈ ແລະ ເໝາະ ກັບວຽກງານຢູ່ທີ່ນີ້ ເພາະວ່າ ຫວຽດນາມ ເປັນປະເທດໜຶ່ງພວມ ພັດທະນາ ແລະ ມີຫຼາຍຈຸດຄ້າຍຄືກັນດ້ານວັດທະນະທຳ ກັບ ຍີ່ປຸ່ນ. ໜ້າທີ່ຕົ້ນຕໍຂອງເພິ່ນຢູ່ UNFPA ແນໃສ່ປະກອບສ່ວນ ຊຸກຍູ້ສິດຂອງແມ່ຍິງ ແລະ ເດັກນ້ອຍ ໄດ້ມີຊີວິດ ທີ່ເຂັ້ມແຂງ ແລະ ສະເໝີພາບ. 

ປີ 2019, ເມື່ອ ຫວຽດນາມ ດຳເນີນການສຳຫຼວດ ແຫ່ງຊາດ ຄັ້ງທີ 2 ກ່ຽວກັບການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ. ຄວາມປາຖະ ໜາຂອງເພິ່ນແມ່ນພ້ອມກັບຜູ້ຊ່ຽວຊານ ຂອງ UNFPA ສະໜັບ ສະໜູນຫວຽດນາມ ໃນການສ້າງ, ກຳນົດນະໂຍບາຍ ຢູ່ທັງ ຂັ້ນ ລະດັບຊາດ ແລະ ທ້ອງຖິ່ນ ເພື່ອ ຫວຽດນາມ ປະຕິບັດສຳເລັດ ບັນດາເປົ້າໝາຍພັດທະນາ ແບບຍືນຍົງ ໃນປີ 2030. 


ທ່ານນາງ Naomi Kitahara-ຫົວໜ້າຜູ້ຕາງໜ້າກອງທຶນ ປະຊາກອນ ສະຫະປະຊາຊາດ (UNFPA) ປະຈໍາ ຫວຽດນາມ. ພາບ: ແທງຢາງ/VNP


ທ່ານນາງ Naomi Kitahara ເຮັດວຽກກັບເພື່ອນຮ່ວມ ງານ ທີ່ UNFPA ຫວຽດນາມ. ພາບ: ແທງຢາງ/VNP


ດຳລົງຊີວິດ ແລະ ມີຄວາມສະໜິດຕິດພັນກັບ ຫວຽດນາມ ມາເປັນເວລາຫຼາຍປີ, ທ່ານນາງ Naomi Kitahara ຮູ້ສຶກປະ ທັບໃຈກັບວັດທະນະທຳ ຫວຽດນາມ, ພິເສດ ແມ່ນຄວາມ ອົບ ອຸ່ນ ຂອງ ປະຊາຊົນໃນໄລຍະບຸນປີໃໝ່ ປະຈຳຊາດ. ພາບ: ແທງຢາງ/VNP


ທ່ານນາງ Naomi Kitahara ໂອ້ລົມກັນກັບນາງ ເຕື່ອງແອງ, ນັກຮຽນຂອງໂຮມຮຽນ ມັດທະຍົມຕອນຕົ້ນ ເຈີ່ນຟູ. ພາບ: ແທງຢາງ/VNP


ທ່ານນາງ Naomi Kitahara ແລະ ກະຊວງສາທາລະນະສຸກ ປະກາດ ບໂຣແກມ ຮ່ວມມື ກ່ຽວກັບການດູແລສຸຂະພາບໃຫ້
ແກ່ຜູ້ເຖົ້າ ຫວຽດນາມ. ພາບ: ແທງຢາງ/VNP



ທ່ານນາງ Naomi Kitahara ເຂົ້າຮ່ວມງານສຳມະນາ ເຄື່ອນໄຫວດູແລສຸຂະພາບໃນພາກພື້ນ ອາຊຽນ. ພາບ: ເອກະສານ ໂດຍຜູ້ກ່ຽວ ສະ ໜອງໃຫ້

ທ່ານນາງ Naomi Kitahara ໄດ້ກ່າວວ່າ: “ໃນເວລາເຮັດວຽກ, ຂ້າພະເຈົ້າຮູ້ສຶກສະເທືອນໃຈ ຕໍ່ ຄວາມອົງອາດກ້າຫານ ຂອງ ແມ່ຍິງ ແລະ ເດັກຍິງ ຫຼາຍພັນຄົນ ທີ່ໄດ້ແບ່ງປັນເລື່ອງລາວ ກ່ຽວກັບຊີວິດຂອງເຂົາເຈົ້າ. ຖ້າບໍ່ມີເລື່ອງດັ່ງກ່າວ, ການສຳຫຼວດ ຂອງ UNFPA ບໍ່ສາມາດດໍາເນີນໄດ້, ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ຍັງສືບຕໍ່ມີຂຶ້ນ ແລະ ຖືກປິດບັງ ຜ່ານ ທ່ີ ເອີ້ນວ່າ ບັນຫາສ່ວນຕົວ...”. 

ປີ 2020, ຫວຽດນາມ ຕ້ອງຮັບມືກັບການລະບາດ ໂຄວິດ-19, ທ່ານນາງ Naomi Kitahara ໄດ້ຮຽກຮ້ອງບັນດາຄູ່ຮ່ວມມື ພ້ອມ ກັນເຂົ້າຮ່ວມຊ່ວຍເຫຼືອຮັບມືກັບ ໂຄວິດ-19, ຊື້ເຄື່ອງ ແລະ ສະ ໜອງອຸປະກອນ ທີ່ຈຳເປັນໃຫ້ແກ່ແມ່ຍິງຖືພາ ແລະ ແມ່ຍິງ ປະ ສົບໄພອັນຕະລາຍ ຕໍ່ການໃຊ້ຄວາມຮຸນແຮງ. 

UNFPA ຍັງມີຫຼາຍຫົວຄິດປະດິດສ້າງ ເພື່ອປົກປ້ອງແມ່ຍິງ ແລະ ເດັກນ້ອຍ ຕໍ່ການໃຊ້ຄວາມຮຸນແຮງ, ເປັນຕົ້ນແມ່ນໃນ ໄລ ຍະການລະບາດ ໂຄວິດ-19. ເຮືອນ ແອ໋ງເຢືອງ ເປັນຫົວຄິດ ປະດິດສ້າງ ຂອງ UNFPA ຊຶ່ງໄດ້ປະຕິບັດຢູ່ 4 ແຂວງ ຄື: ຮ່າ ໂນ້ຍ, ກວາງນິງ, ດ່າໜັງ ແລະ ນະຄອນ ໂຮ່ຈີມິນ. ທ່ານນາງ Naomi Kitahara ເປັນຜູ້ທ່ີທຸ້ມເທ ຢ່າງສຸດໃຈນໍາໂຄງການ ດັ່ງ ກ່າວ, ເພິ່ນຢັ້ງຢືນວ່າ ໂຄງການແມ່ນການ ບຸກທະລຸໜຶ່ງ ເພື່ອ ລົບລ້າງການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງຢູ່ ຫວຽດນາມ. 


ທ່ານນາງ Naomi Kitahara ພ້ອມກັບ UNFPA ຊ່ວຍເຫຼືອ ຫວຽດນາມ ໃນວຽກງານ “ສຳຫຼວດຈຳນວນພົນລະເມືອງ ແລະ ເຮືອນຢູ່ ປີ 2019” ໄຂຂຶ້ນຢູ່ ຮ່າໂນ້ຍ ເມື່ອປີ 2020. ພາບ: ແທງຢາງ/VNP


ທ່ານນາງ Naomi Kitahara ໃນເວທີສົນທະນາ ກ່ຽວກັບ ການປົກປ້ອງແມ່ຍິງ ຫວຽດນາມ ຕໍ່ການໃຊ້ຄວາມຮຸນແຮງ ໃນ ຄອບຄົວ. ພາບ: ເອກະສານ ໂດຍຜູ້ກ່ຽວສະໜອງໃຫ້.


ທ່ານນາງ Naomi Kitahara ຕ່າງໜ້າໃຫ້ UNFPA ມອບ
ເຄື່ອງມືເບິ່ງແຍງດູແລສຸຂະພາບ ໃຫ້ແກ່ພື້ນຖານສາທາລະ ນະສຸກ ຢູ່ ຫວຽດນາມ. ພາບ: ເອກະສານ ໂດຍຜູ້ກ່ຽວ ສະ ໜອງໃຫ້



ທ່ານນາງ Naomi Kitahara ຕາງໜ້າ UNFPA ມອບເຄື່ອງທີ່
ຈຳເປັນໃຫ້ແກ່ປະຊາຊົນບັນດາແຂວງພາກກາງ ໄດ້ຮັບຜົນສະທ້ອນຈາກໄພນຳ້ຖ້ວມເມື່ອປີ 2020. ພາບ: ເອກະສານ ໂດຍຜູ້ກ່ຽວ ສະ ໜອງໃຫ້



ທ່ານນາງ Naomi Kitahara ຕາງໜ້າ UNFPA ມອບເຄື່ອງທີ່
ຈຳເປັນໃຫ້ແກ່ ຊາວກະສິກອນ ບັນດາແຂວງພາກກາງ ໄດ້ຮັບຜົນສະທ້ອນຈາກໄພນຳ້ຖ້ວມ.  ພາບ: ເອກະສານ ໂດຍຜູ້ກ່ຽວ ສະ ໜອງໃຫ້

ນອກຈາກນັ້ນ, ທ່ານນາງ Naomi Kitahara ໄດ້ປະສານງານ ຫຼາຍໂຄງການໂດຍ UNFPA ເປັນຜູ້ ລິເລີ່ມແນໃສ່ສະໜັບສະ ໜູນລັດຖະບານ ຫວຽດນາມ ສຳຫຼວດຈຳນວນພົນລະເມືອງ, ພິ ເສດແມ່ນການໂຄສະນາ “ປະຕິເສດ ບໍ່ເລືອກເພດ ກ່ອນເກີດ”. ໃນຫຼາຍລາຍການຄື: ການສະແດງດົນຕີ “ຂ້າພະເຈົ້າແມ່ນ ຜູ້ ຍິງ”, “ເກີດລູກ ເປັນຜູ້ຍິງ, ຫາເງິນໄດ້”... ທີ່ UNFPA ນໍາໄປ ຜັນຂະຫຍາຍ ໄດ້ປະກອບສ່ວນເຜີຍແຜ່ ສານສະເໝີພາບ ທາງ ເພດຢູ່ ຫວຽດນາມ.  

ທ່ານນາງ Naomi Kitahara ໄດ້ສ້າງເງື່ອນໄຂອໍານວຍ ຄວາມ ສະດວກໃຫ້ແກ່ບັນດານັກຮຽນຍິງຢູ່ ຮ່າໂນ້ຍ ມີໂອກາດ ໄດ້ເປັນ ຜູ້ຮ່ວມງານກັບ UNFPA ເພື່ອໃຫ້ເຂົາເຈົ້າອາດສາມາດສົ່ງເສີມ ຄວາມສາມາດໃນການຮຽນ ແລະ ກາຍເປັນ ພົນລະເມືອງດີ ເດັ່ນ ຂອງໂລກ. ປັດຈຸບັນ, ຫ້ອງການ UNFPA ປະຈໍາ ຫວຽດ ນາມ ມີນັກຮຽນຍິງ ກວ່າ 10 ຄົນ ເປັນຜູ້ຮ່ວມງານ ຂອງ ຫຼາຍ ໂຄງການກ່ຽວກັບເດັກນ້ອຍ ພວມໄດ້ຮັບການຜັນຂະຫຍາຍ. 

ປີ 2020, ທ່ານນາງ Naomi Kitahara ໄດ້ຮັບໃບຍ້ອງຍໍ ຈາກ ລັດຖະບານ ຫວຽດນາມ, ກົມໃຫຍ່ປະຊາກອນ ຫວຽດນາມ ແລະ ຫຼາຍຂະແໜງການຕ່າງໆ ເພື່ອຄວາມພະຍາຍາມ ໃນ ການສົ່ງເສີມ ສິດສະໝີພາບຂອງແມ່ຍິງ  ກໍ່ຄືວຽກງານເບິ່ງ ແຍງດູແລ, ປົກປ້ອງສຸຂະພາບຂອງປະຊາຊົນ ຫວຽດນາມ. ກຳເນີດ ແລະ ໃຫຍ່ຢູ່ປະເທດຍີ່ປຸ່ນ, ແຕ່ໃນຖານະນັກການທູດ ໄດ້ພາເພິ່ນໄປທົ່ວໂລກ. ທ່ານນາງ Naomi Kitahara ໄດ້ມີ ປະ ສົບການ ຫຼາຍກວ່າ 23 ປີ ໃນຂົງເຂດພັດທະນາລະຫວ່າງ ປະເທດ ທີ່ UNFPA ປະຈໍາປະເທດ ຊໍາບີ, ສ ອາເມລິກາ, ມົງໂກນ, ອາຟຣິກາໃຕ້.
ບົດ: ບິກເວິນ
ພາບ: ແທງຢາງ ແລະ ເອກະສານໂດຍເຈົ້າຂອງ
ສະໜອງ

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ທ່ານ Lucian Rodriguez Lovell ເຮັດຜະລິດຕະພັນຫັດຖະກຳພື້ນເມືອງ ດ້ວຍເຕັກໂນໂລຢີ AR

ປັດຈຸບັນ, ທ່ານ Lucian Rodriguez Lovell ແມ່ນນັກຄົ້ນຄວ້າ ຂັ້ນປະລິນຍາເອກ, ອາຈານສອນ ວິຊາການອອກແບບ ຢູ່ມະຫາວິ ທະຍາໄລ RMIT ຫວຽດນາມ ໃນຂົງເຂດປະດິດສ້າງ ຍຸກໃໝ່, ການປະຕິບັດຕົວຈິງ ຂອງ ທ່ານ Lucian ແມ່ນປິ່ນອ້ອມ ຫົວເລື່ອງ ກ່ຽວກັບການຫຼິ້ນເກມຕົວຈິງ ແບບປະສົມ, ອອກແບບ ປະສົບການ ດີຈີຕອນ ແບບທົດລອງ, ບັນດາຂັ້ນຕອນ ຈັດແກ້ຮູບພາບ ຈາກຟີຊິກເຖິງ 3D. ຈາກທີ່ນີ້, ທ່ານ ໄດ້ປະດິດສ້າງ ບັນດາຜະລິດຕະພັນ ເພື່ອຊ່ວຍໃຫ້ປະຊາຄົມ ຜ່ານປະສົບການຕົວຈິງ ກັບບັນດາຜະລິດ ຕະພັນ ຫັດຖະກຳພື້ນເມືອງ ຂອງ ຫວຽດນາມ ເຊັ່ນ: ເຮັດໂຄມໄຟ, ເຮັດເຂົ້າຕົ້ມ, ເຄື່ອງຫຼິ້ນຄົ້ນພົບປະຫວັດສາດ ຫວຽດນາມ... ດ້ວຍເຕັກໂນໂລຊີ ທັນສະໄໝ.

Top