• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ແຟຊັ່ນ

VIFW SS 2017 ສ້າງທ່າອ່ຽງ ແຟຊັ່ນ ລະດູບານໃໝ່-ລະດູຮ້ອນ 2017

ສັບປະດາແຟຊັ່ນ ສາກົນ ຫວຽດນາມ ລະດູບານໃໝ່-ລະດູຮ້ອນ 2017 (VIFW SS 2017) ໄດ້ຮັບການຈັດຂຶ້ນແຕ່ວັນທີ 25 – 28 ເມສາ 2017 ທີ່ Gem Center, ເມືອງ 1, ນະຄອນ ໂຮ່ຈີມິນ ສ້າງຄວາມປະທັບໃຈຢ່າງຈົບງາມຕໍ່ຜູ້ເຊື່ອຖືຫຼົງໄຫຼກັບອາພອນສະໄໝດ້ວຍບັນດາຊຸດສະສົມ ທີ່ມີລະດັບ ສາກົນ. ດ້ວຍການສະແດງ 21 ຊຸດເດີນແບບຢ່າງຕໍ່ເນື່ອງ, VIFW SS 2017 ໄດ້ຮັບການຕີລາຄາວ່າ ຈະສ້າງທ່າອ່ຽງ ແຟຊັ່ນ ລະດູບານໃໝ່-ລະດູຮ້ອນ 2017.
ບໍ່ພຽງແຕ່ເຕົ້າໂຮມນັກອອກແບບທີ່ມີຊື່ສຽງຫຼາຍທ່ານຂອງຫວຽດນາມ ຄື: ຊວນທຸຫງວຽນ, Betty ເຈີ່ນ, ຈຸງແທງຟອງ, ເລແທງ ຮວ່າ, ຮ່າລິງທື, Claret ຢາງເລ ເທ່ົານັ້ນ, ລາຍການ ສະແດງແຟຊັ່ນ VIFW SS 2017 ຍັງຈັບໃຈສາທາລະນະຊົນ ດ້ວຍບັນດາຊຸດສະສົມຂອງນັກອອກແບບຫຼາຍທ່ານທີ່ມາຈາກປະເທດ ປອກຕຸຍການ, ສ.ເກົາຫຼີ, ໄທ, ເຢຍລະມັນ, ອີຕາລີ ແລະ ຝຣັ່ງ ອີກດ້ວຍ.

ເປີດສາກໃຫ້ການເດີນສະແດງ ແຟຊັ່ນ ຄັ້ງນີ້ ແມ່ນນັກອອກ ແບບ 3 ທ່ານຄື: ຊວນ Haute Couture (ຈາກປະເທດ ຝຣັ່ງ), Betty ເຈີ່ນ (ຈາກປະເທດ ອົດສຕາລີ) ແລະ ນັກອອກແບບ ຈຸງແທງຟອງ (ຈາກປະເທດ ຫວຽດນາມ). 


ດ້ວຍການສະແດງ 21 ຊຸດເດີນແບບຢ່າງຕໍ່ເນື່ອງ, VIFW SS 2017 ໄດ້ຮັບການຕີລາຄາວ່າ
ຈະສ້າງທ່າອ່ຽງ ແຟຊັ່ນ ລະດູບານໃໝ່-ລະດູຮ້ອນ 2017.



ເວທີສະແດງໄດ້ຮັບການອອກແບບຢ່າງປະທັບໃຈ. 


ນັກອອກແບບ Joao Rolo ມາຈາກ ປອກຕຸຍການ ໃນການພົບປະສ້າງສັນກັບສາທາລະນະຊົນ.


VIFW SS 2017 ເຕົ້າໂຮມນັກອອກແບບທີ່ມີຊື່ສຽງຫຼາຍທ່ານ
ຂອງ ຫວຽດນາມ ແລະ ໂລກ. 



ຊຸດສະສົມ “ຊີວິດທີ່ສົດໃສ” ຂອງນັກອອກແບບ Betty ເຈີ່ນ.

ນັກອອກແບບ ຊວນທຸ - ສະມາຊິກຂອງສະມາຄົມ ແຟຊັ່ງ Haute Couture ຝຣັ່ງ  ນຳສະເໜີໃນ VIFW SS 2017  ຊຸດສະສົມ “Story of the Heart”. ຊຸດສະສົມດັ່ງກ່າວ ທັງມີຮູບຊົງ, ແບບຢ່າງທີ່ເກົ່າແກ່, ທັງມີຄວາມທັນສະໄໝ ແລະ ໄດ້ຮັບການປະສົມສີ ຢ່າງຄ່ອງແຄ້ວ.
 
ນັກອອກແບບ ຈຸງແທງຟອງ ນຳສະເໜີໃນ VIFW SS 2017  ຊຸດສະສົມ “Mr Meuw” ດ້ວຍບັນດາຊຸດອອກແບບ ທີ່ຖືກນຳໃຊ້ຫຼາຍ, ມີຄຸນລັກສະນະຂອງຝ່າຍຊາຍ ແລະ ມີສີສັນທີ່ແປກໃໝ່, ຂະຫຍັນຂັນແຂງ.
 
ຊຸດສະສົມ “ຊີວິດທີ່ສົດໃສ” ຂອງນັກອອກແບບ Betty ເຈີ່ນ ສໍ່ໃຫ້ເຫັນຄຸນລັກສະນະຂອງຝ່າຍຍິງ, ອັນເພິນຈິດ ດ້ວຍບັນດາ ຊຸດອອກແບບໃນງານລາຕີ. 


ຊຸດສະສົມ “ຊີວິດທີ່ສົດໃສ” ຂອງນັກອອກແບບ Betty ເຈີ່ນ.
 
ໃນຄືນທີສອງ, ບັນດາຊຸດເດີນແບບຂອງນັກອອກແບບ ຖຸຍຫງວຽນ, Devon ຫງວຽນ, ເລຮ່າ, Katy ຫງວຽນ (ຈາກປະເທດ ຫວຽດນາມ), Joao Rolo (ຈາກປະເທດ ປອກຕຸຍການ),  Third (ສ.ເກົາຫຼີ) ໄດ້ສ້າງບັນຍາກາດທີ່ ຟົດຟື້ນຂຶ້ນໃຫ້ແກ່ຫ້ອງເດີນສະແດງ ແຟຊັ່ນ.
 
ນັກອອກແບບ ຖຸຍຫງວຽນ ນຳສະເໜີໃນ VIFW SS 2017  ຊຸດສະສົມ “ຄວາມໃຝ່ຝັນ”. ບັນດາຊຸດອອກແບບມີລັກສະນະວັດທະນະທຳຂອງການເຊື່ອຖືບູຊາເຈົ້າແມ່. ນາງນຳໃຊ້ ວັດຖຸທາດທີ່ອຸດົມສົມບູນຄື: ແພໄໝ, ຜ້າໄໝມີ່ ຫຼື ຜ້າ organza, kimono ຂອງ ຍີ່ປຸ່ນ.



ຊຸດສະສົມ “ຄວາມໃຝ່ຝັນ” ຂອງນັກອອກແບບ ຖຸຍຫງວຽນ.
 
ຊຸດສະສົມ “Boudoir” ຂອງນັກອອກແບບມາຈາກ ປອກຕຸຍການ Joao Rolo ໄດ້ຄັດເລືອກຈາກຄວາມສະຫງ່າຜ່າເຜີຍ, ຟຸມເຟືອຍຂອງຊົນຊັ້ນຂຸນນາງ ເອີຣົບ ໃນສະຕະວັດທີ
XVII. ຊຸດສະສົມໄດ້ຮັບການອອກແບບຈາກວັດຖຸທາດທີ່ມີຄ່າຄືຜ້າໄໝປ່ານ ແລະ ເຄື່ອງປະກອບທີ່ລຳ້ຄ່າຄືຫີນ Swaroski ຫຼື ໄຂ່ມຸກ.


ຊຸດສະສົມ “Boudoir” ຂອງນັກອອກແບບມາຈາກ ປອກຕຸຍການ Joao Rolo.
 
ໄດ້ຖືເອົາອາລົມຈິດຈາກ ທະເລເມດີແຕຣາເນ, ຊຸດສະສົມ “Dolce Vita” – “ຊີວິດອ່ອນຫວານ”  ຂອງນັກອອກແບບ Katy ຫງວຽນ ສໍ່ໃຫ້ເຫັນຄວາມຮັກຫອມຊີວິດ ແລະ ຄວາມເພິນຈິດ ຄືຊິວິດການເປັນຢູ່ຂອງປະຊາຊົນຢູ່ທີ່ນັ້ນ. ຊຸດສະສົມເຕັມໄປດ້ວຍສີສັນຂອງລະດູຮ້ອນຢູ່ ທະເລເມດີແຕຣາເນ, ເລື່ອນລອຍກິ່ນຂອງໝາກອາງຸ່ນ, ໂອລິວ ແລະ ເຫຼົ້າໝາກໄມ້. 
 
VIFW SS 2017 ມີການເຂົ້າຮ່ວມເປັນເທື່ອທຳອິດຂອງບັນດານັກອອກແບບມາຈາກສະຖາປັນເຕັກນິກ ແລະ ອອກແບບ, ສິລະປະ Shenkar ຂອງ ອິສຣາແອນ. ບັນດາຊຸດເດີນແບບສໍ່ໃຫ້ເຫັນສີສັນວັດທະນະທຳຂອງ ອິສຣາແອນ ແລະ ເປັນອັນແປກໃໝ່, ຈັບໃຈສຳລັບ ຜູ້ເຊື່ອຖືຫຼົງໄຫຼກັບອາພອນສະໄໝ ຫວຽດນາມ.



ຊຸດສະສົມຂອງນັກອອກແບບມາຈາກສະຖາປັນເຕັກນິກ ແລະ ອອກແບບ, ສິລະປະ Shenkar ຂອງ ອິສຣາແອນ.
 
ໃນຄືນຕໍ່ມາ, ບັນດາຊຸດສະສົມ “Dream Girls” ຂອງນັກອອກແບບ Sandy ດ່ວານ, “Amphetamin” ຂອງນັກອອກແບບໂດ໋ລອງ ຫຼື “Mademoiselle” ຂອງນັກອອກແບບ ຮວ່າງມິງຮ່າ ໄດ້ສ້າງບັນຍາກາດທີ່ຟົດຟື້ນຂຶ້ນໃຫ້ຫ້ອງເດີນ ສະແດງ ແຟຊັ່ນ.

VIFW SS 2017 ບໍ່ພຽງແຕ່ເປັນບ່ອນເຕົ້າໂຮມບັນດາຊຸດ ອາພອນສະໄໝຕາເວັນອອກ-ຕາເວັນຕົກຍຸກປະຈະຸບັນ ເທົ່ານັ້ນ, ຫາກຍັງເປັນບ່ອນສະແດງ “ກະແສ” ແຟຊັ່ນໂລກ ຜ່ານຫຼາຍຂົງເຂດ ແລະ ໄລຍະປະຫວັດສາດທີ່ແຕກຕ່າງກັນ, ກໍ່ຄືສັນຍາລັກວັດທະນະທຳທີ່ໂດດເດັ່ນຂອງແຕ່ລະປະເທດອິີກດ້ວຍ. 


ຊຸດສະສົມ “Oriental Crazy Dot - ຄວາມເສລີພາບ” ຂອງນັກອອກແບບ ຮ່າລິງທື.



ຊຸດສະສົມ “Mr Meuw” ຂອງນັກອອກແບບ ຈຸງແທງຟອງ.



ຊຸດສະສົມຂອງນັກອອກແບບ ຊວນທຸຫງວຽນ (ເຄື່ອງໝາຍການຄ້າ ຊວນ ທີ່ ປາຣີດ, ປະເທດ ຝຣັ່ງ).
 
ບົດ: ຫງວຽນແອງ - ພາບ: ທົງຫາຍ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຄວາມງາມ ຂອງ ຊຸດຊົນເຜົ່າ ກົ໋ງ

ຊົນເຜົ່າ ກົ໋ງ ອາໄສຢູ່ພາກຕາເວັນຕົກສ່ຽງເໜືອ, ສ່ວນຫຼາຍແມ່ນ ເຕົ້າໂຮມກັນຢູ່ ແຂວງ ລາຍເຈົາ ແລະ ດ້ຽນບຽນ. ນີ້ແມ່ນໜຶ່ງ ໃນຊົນເຜົ່າ ມີຈຳນວນປະຊາກອນ ບໍ່ຮອດ 10 ພັນຄົນ ທີ່ຍັງຄົງ ຮັກສາ ວັດທະນະທຳ ພື້ນເມືອງທີ່ເປັນເອກະລັກສະເພາະ ໄວ້ໄດ້ຫຼາຍຢ່າງ, ພິເສດແມ່ນຊຸດອາພອນ ທ່ີມີສີສັນ ແລະ ລວດລາຍ ທີ່ເປັນເອກະລັກສະເພາະ.

Top