ວີດີໂອ
ໝາກກ້ວຍ “ຝາມືພະພຸດທະເຈົ້າ” ເປັນທີ່ຕ້ອງການສູງ ໃນຊ່ວງໃກ້ຈະຮອດບຸນເຕັດ
ໃນຊ່ວງມື້ກຽມຕ້ອນຮັບບຸນປີໃໝ່ປະເພນີ, ໝາກກ້ວຍ “ຝາມືພະພຸດທະເຈົ້າ” – ເຊິ່ງເປັນທີ່ຮູ້ຈັກກັນດີດ້ວຍຮູບຊົງທີ່ເປັນເອກະລັກ ແລະ ເປັນສັນຍະລັກແຫ່ງຄວາມໂຊກດີ – ພວມຖືກຜູ້ບໍລິໂພກຊອກຊື້ຢ່າງຫຼວງຫຼາຍ. ຢູ່ແຂວງ ດົ່ງນາຍ ທາງພາກໃຕ້, ຜະລິດຕະພັນພິເສດນີ້ແມ່ນຂາຍດີຈົນຂາດຕະຫຼາດຢ່າງຕໍ່ເນື່ອງ; ເຖິງວ່າລາຄາຈະສູງກວ່າໝາກກ້ວຍທຳມະດາຫຼາຍເທົ່າຕົວ ແຕ່ກໍ່ຍັງບໍ່ພໍກັບຄວາມຕ້ອງການຂອງຕະຫຼາດໃນຊ່ວງບຸນເຕັດ.