ວີດີໂອ
ແຂວງ ລາຍເຈົາ ເພີ່ມທະວີຄວາມພະຍາຍາມ ຫຼຸດຜ່ອນຄວາມເສຍຫາຍຈາກໄພນ້ຳຖ້ວມ
ຝົນຕົກໜັກຕິດຕໍ່ກັນຫຼາຍວັນ ໄດ້ກໍ່ໃຫ້ເກີດມີໄພນ້ຳຖ້ວມ ແລະ ເກີດເຫດດິນເຈື່ອນ ເປັນບໍລິເວນກວ້າງ ຢູ່ ແຂວງ ລາຍເຈົາ, ເຮັດໃຫ້ການຄົມມະນາຄົມຖືກຕັດຂາດ, ເຮືອນຊານ ແລະ ພືດພັນທັນຍາຫານ ຂອງປະຊາຊົນໄດ້ຮັບຄວາມເສຍຫາຍ, ທັງເຮັດໃຫ້ພື້ນຖານໂຄງລ່າງທີ່ສໍາຄັນ ຕົກຢູ່ໃນສະພາບ ມີຄວາມສ່ຽງ ໃນຂະນະທີ່ອຳນາດການປົກຄອງທ້ອງຖິ່ນ ພວມເລັ່ງແຂ່ງຂັນກັບເວລາ ເພື່ອຈຳກັດ ການສົ່ງຜົນກະທົບ ຈາກໄພພິບັດດັ່ງກ່າວ.