ວີດີໂອ
ອະນຸລັກມໍລະດົກໝູ່ບ້ານອາຊີບມູນເຊື້ອ ຜ່ານການພັດທະນາການທ່ອງທ່ຽວ
ເຄີຍເປັນໝູ່ບ້ານອາຊີບມູນເຊື້ອ ທີ່ຜະເຊີນໜ້າກັບຄວາມສ່ຽງຈະຖືກຫຼົງລືມ, ໝູ່ບ້ານ ຮ່າຈາວ ຢູ່ແຂວງ ນິງບິ່ງພວມສ້າງກຳລັງແຮງໃໝ່ ໃຫ້ແກ່ອາຊີບ ປູກມອນ, ລ້ຽງມ້ອນ ແລະ ຕ່ຳແຜ່ນແພໄໝ ທີ່ມີປະຫວັດສາດມາຢ່າງຍາວນານ ຜ່ານຮູບແບບສະຫະກອນ ຕິດພັນກັບການທ່ອງທ່ຽວສຳຜັດຕົວຈິງ. ຂໍ້ລິເລີ່ມດັ່ງກ່າວ ບໍ່ພຽງແຕ່ສ້າງອາຊີບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນທ້ອງຖິ່ນເທົ່ານັ້ນ, ແຕ່ຍັງຊ່ວຍຟື້ນຟູຕ່ອງໂສ້ການຜະລິດແຜ່ນແພໄໝ, ສ້າງເຄື່ອງໝາຍການຄ້າ ໄໝ ຮວາລື ແລະ ໂຄສະນາບັນດາມູນຄ່າວັດທະນະທຳມູນເຊື້ອ ສູ່ມວນຊົນຢ່າງກວ້າງຂວາງ.