ວີດີໂອ
ຫວຽດນາມ ຫັນເປົ້າໝາຍການເປັນເຈົ້າການດ້ານເຕັກໂນໂລຊີເຄິ່ງຊັກນຳໄຟຟ້າ ໃຫ້ປາກົດຜົນເປັນຈິງ
ເຄິ່ງຊັກນຳໄຟຟ້າ ແມ່ນກະດູກສັນຫຼັງ ຂອງພື້ນຖານເສດຖະກິດ ດີຈີຕອນ ແລະ ແມ່ນເຕັກໂນໂລຊີຍຸດທະສາດ ໃນການແຂ່ງຂັນລະດັບໂລກ. ເພື່ອຄ່ອຍໆ ເປັນເຈົ້າການໃນຂົງເຂດນີ້, ຫວຽດນາມ ບໍ່ພຽງແຕ່ຕ້ອງການຖັນແຖວບຸກຄະລາກອນ ທີ່ມີລະດັບວິຊາສະເພາະສູງເທົ່ານັ້ນ, ແຕ່ຍັງຕ້ອງການລະບົບນິເວດນະວັດຕະກຳ ທີ່ເຂັ້ມແຂງກວ່າເກົ່າອີກດ້ວຍ. ການເປີດຕົວສູນຊ່ວຍໜູນການຜະລິດທົດລອງຈິບເຄິ່ງຊັກນຳໄຟຟ້າແຫ່ງຊາດ ໄດ້ຄາດວ່າຈະຊ່ວຍຊຸກຍູ້ຂະບວນການເພິ່ງຕົນເອງດ້ານເຕັກໂນໂລຊີ ຂອງປະເທດຊາດ ໃຫ້ໄວຂຶ້ນ.