ວີດີໂອ
ສົ່ງເສີມເອກະລັກວັດທະນະທຳບັນດາເຜົ່າ ທ່າມກາງການເຊື່ອມໂຍງ
ແຂວງພູດອຍທາງພາກຕາເວັນຕົກສ່ຽງເໜືອ ລາຍເຈົາ ແມ່ນບ່ອນຢູ່ອາໄສຂອງ 20 ຊົນເຜົ່າ ເຊິ່ງແຕ່ລະເຜົ່າໄດ້ສ້າງສີສັນວັດທະນະທຳທີ່ເປັນເອກະລັກ ໃຫ້ແກ່ພາບລວມດ້ານມະນຸດສະທຳທີ່ອຸດົມສົມບູນຂອງແຂວງ. ທ່າມກາງການເຊື່ອມໂຍງທີ່ນັບມື້ນັບເຂົ້າສູ່ລວງເລິກ, ບັນດາປະຊາຄົມທ້ອງຖິ່ນຍັງຄົງສືບຕໍ່ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳປະເພນີ, ຫັນວັດທະນະທຳໃຫ້ກາຍເປັນກຳລັງແຮງພາຍໃນ ແລະ ເປັນພື້ນຖານທີ່ໝັ້ນຄົງໃຫ້ແກ່ການພັດທະນາແບບຍືນຍົງ.