ວີດີໂອ
ສະເຫຼີມສະຫຼອງບຸນເຕັດ ຫວຽດນາມ ຢູ່ ອາຟຣິກາໃຕ້
ເຖິງວ່າຈະຢູ່ຫ່າງໄກຈາກບ້ານເກີດເມືອງນອນຫຼາຍພັນກິໂລແມັດ, ແຕ່ປະຊາຄົມຊາວ ຫວຽດນາມ ຢູ່ ອາຟຣິກາໃຕ້ ຍັງຄົງຮັກສາລົດຊາດດັ້ງເດີມຂອງບຸນເຕັດໄວ້ຢ່າງມີຊີວິດຊີວາ ຢູ່ທີ່ເມືອງ Pretoria. ຈຸດສຸມຂອງການສະເຫຼີມສະຫຼອງແມ່ນການຫໍ່ເຂົ້າຕົ້ມ - ເຊິ່ງແມ່ນສັນຍາລັກອັນພົ້ນເດັ່ນ ຂອງການພ້ອມໜ້າພ້ອມຕາກັນ ແລະ ຄວາມວັດທະນາຖາວອນ ໃນທຸກໆຄັ້ງທີ່ລະດູບານໃໝ່ວຽນມາ.