ວີດີໂອ
ລາຍເຈົາ ສະແດງໃຫ້ເຫັນທ່າແຮງບົ່ມຊ້ອນ ການທ່ອງທ່ຽວແບບຜະຈົນໄພ
ແຂວງ ລາຍເຈົາ, ເຊິ່ງແມ່ນແຂວງ ທີ່ຢູ່ທາງທິດຕາເວັນຕົກສຸດ ຂອງ ຫວຽດນາມ, ໄດ້ດຶງດູດນັກທ່ອງທ່ຽວດ້ວຍມໍລະດົກ ທາງດ້ານວັດທະນະທຳ ທ່ີອຸດົມສົມບູນ ແລະ ທິວທັດພູຜາປ່າໄມ້ທີ່ສວຍງາມ. ດ້ວຍການປົກຄຸມຂອງທະເລໝອກເກືອບຕະຫຼອດປີ ແລະ ໄດ້ຮັບການດົນບັນດານຈາກທຳມະຊາດ ໃຫ້ມີສະພາບອາກາດ 4 ລະດູໃນໜຶ່ງວັນ, ບັນດາຈອມພູ ທີ່ສູງຊັນຢູ່ແຫ່ງນີ້ ບໍ່ພຽງແຕ່ກາຍເປັນສິ່ງທ້າທາຍສຳລັບນັກຜະຈົນໄພເທົ່ານັ້ນ, ແຕ່ຍັງແມ່ນສັນຍະລັກ ແຫ່ງຄວາມງາມທາງທຳມະຊາດ ທ່ີບໍລິສຸດ ຂອງແຂວງອີກດ້ວຍ.