ວີດີໂອ
ບົດຂຽນສະບັບຕົ້ນຂອງ ປະທານ ໂຮ່ຈີມິນ ເຮັດໃຫ້ນຶກເຖິງການເລືອກຕັ້ງທົ່ວໄປຄັ້ງທຳອິດ ເມື່ອ 80 ປີກ່ອນ
ຢູ່ຫໍສະໝຸດແຫ່ງຊາດ ທີ່ຮ່າໂນ້ຍ, ຊຸດເອກະສານທີ່ຫາຍາກ ພວມຮັກສາ ບັນດາຂີດໝາຍ ທີ່ສຳຄັນ ຂອງສະພາແຫ່ງຊາດ ຫວຽດນາມ ນັບແຕ່ມື້ທຳອິດທີ່ໄດ້ຮັບການສ້າງຕັ້ງ, ຊ່ວຍໃຫ້ແຂກເຂົ້າມາຢ້ຽມຊົມສາມາດເບິ່ງພາບໃກ້ ກ່ຽວກັບບັນດາເຫດການປະຫວັດສາດ ເມື່ອ 8 ທົດສະວັດກ່ອນ.
