ວີດີໂອ
ບັນດາໝູ່ບ້ານຫັດຖະກຳມູນເຊື້ອ ຂອງ ຮ່າໂນ້ຍ ເປັນທ່ີຍອມຮັບຈາກທົ່ວໂລກ
ນັບຕັ້ງແຕ່ການອະນຸລັກຮັກສາ ມໍລະດົກ ຈົນເຖິງການພັດທະນາອຸດສາຫະກຳ ວັດທະນະທຳ, ຮ່າໂນ້ຍ ພວມຂຸດຄົ້ນທ່າແຮງບົ່ມຊ້ອນທາງດ້ານວັດທະນະທຳ ຂອງຕົນ ເພື່ອການເຕີບໂຕແບບຍືນຍົງ. ໃນຖານະເປັນດິນແດນທີ່ມີຊື່ສຽງໂດ່ງດັງ ດ້ວຍອາຊີບຫັດຖະກຳມູນເຊື້ອ, ນະຄອນຫຼວງ ຂອງ ຫວຽດນາມ ສືບຕໍ່ເສີມສ້າງບົດບາດຂອງຕົນ ຢູ່ໃນແຜນທີ່ວັດທະນະທຳ ແລະ ຄວາມຄິດສ້າງສັນ ທົ່ວໂລກ, ໂດຍມີ 4 ໝູ່ບ້ານຫັດຖະກຳ ໄດ້ເຂົ້າຮ່ວມເຄືອຂ່າຍບັນດານະຄອນ ຫັດຖະກຳໂລກ ໃນປັດຈຸບັນ.