ວີດີໂອ
ບັນດານັກສິລະປິນໜຸ່ມ ນຳເອົາພະລັງແຮງໃໝ່ ໃຫ້ແກ່ສິລະປະການສະແດງເທິງເວທີມູນເຊື້ອ
“ຂັບໂບ້ຍ" (ລະຄອນສະແດງເທິງເວທີແບບດັ້ງເດີມ), ເຊິ່ງເປັນຮູບແບບສິລະປະ ທ່ີໄດ້ຮັບຄວາມນິຍົມຢ່າງກວ້າງຂວາງຢູ່ ຫວຽດນາມ, ພິເສດແມ່ນ ຢູ່ ພາກໃຕ້ ໃນລະຫວ່າງສະຕະວັດທີ XIX ຫາ XX, ໃນປັດຈຸບັນພວມຜະເຊີນກັບສິ່ງທ້າທາຍ ໃນການຮັກສາຄຸນຄ່າໃຫ້ແທດເໝາະກັບຊີວິດທັນສະໄໝ. ເພື່ອຕອບສະໜອງຕໍ່ສະພາບການດັ່ງກ່າວ, ບັນດານັກສິລະປິນໜຸ່ມ ໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອນຳເອົາສິລະປະແບບດັ້ງ ເດີມນີ້ ເຂົ້າໃກ້ກັບຜູ້ຊົມໄວໜຸ່ມ ນັບມື້ນັບຫຼາຍຂຶ້ນ ໂດຍຜ່ານບັນດາສື່ສັງຄົມອອນລາຍ.
