ວີດີໂອ
ບັນດານັກທຸລະກິດ ຫວຽດນາມ ຊຸກຍູ້ຄວາມຮັ່ງມີເຂັ້ມແຂງ ຂອງຊາດ
ໃນວັນທີ 13 ຕຸລາ 1945, ທ່າມກາງຄວາມຫຍຸ້ງຍາກຢ່າງຫຼວງຫຼາຍ ຂອງ ປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ທີ່ຫາກໍໄດ້ຮັບການສ້າງຕັ້ງຂຶ້ນ, ປະທານ ໂຮ່ຈິມິນ ໄດ້ສົ່ງຈົດໝາຍເຖິງ ວົງການອຸດສາຫະກຳ ແລະ ການຄ້າ ໃນທົ່ວປະເທດ, ໂດຍຢືນຢັນຄວາມມຸ່ງຫວັງ ຂອງລັດຖະບານ ໃນການສະໜັບສະໜູນ ບັນດາວິສາຫະກິດ ເພື່ອກໍ່ສ້າງປະເທດຊາດ. ເພິ່ນໄດ້ເນັ້ນໜັກວ່າ ຜົນປະໂຫຍດຂອງຊາດ ແລະ ຂອງວິສາຫະກິດ ແມ່ນຕິດພັນກັນຢ່າງສະໜິດແໜ້ນ, ແລະ ພື້ນຖານເສດຖະກິດຂອງຊາດ ທີ່ຮັ່ງມີເຂັ້ມແຂງ ຈະນຳເອົາຄວາມຮັ່ງມີເຂັ້ມແຂງ ມາສູ່ບັນດາວິສາຫະກິດ.