ວີດີໂອ
ນຳເອົາສິລະປະ ຂຽນໜັງສືແບບລວດລາຍ ຂອງ ພະລາຊະວັງ ເຫວ້ ມາສູ່ສາຍຕາຊາວໂລກ ຍິ່ງຂຶ້ນ.
ເຄີຍເປັນຮູບແບບສິລະປະຂຽນໜັງສືແບບລວດລາຍ ທີ່ເປັນເອກະລັກຂອງ ເຫວ້ ເຊິ່ງໄດ້ສູນຫາຍໄປ ເປັນເວລາ ຫຼາຍກວ່າໜຶ່ງທົດສະວັດ, ປັດຈຸບັນ ຮູບແຕ້ມ ໝູ່ບ້ານ ຈ່ວນ ພວມໄດ້ຮັບການຟື້ນຟູຢ່າງແຂງແຮງ ຍ້ອນຄວາມພະຍາຍາມຢ່າງບໍ່ຢຸດຢັ້ງ ຂອງໄວໜຸ່ມ ທີ່ຕັດສິນໃຈ ຟື້ນຟູມໍລະດົກ ໃຫ້ກັບຄືນມາ. ການຟື້ນຟູສິລະປະ ປະເພດນີ້ ບໍ່ພຽງແຕ່ເປັນການເຊີດຊູຄຸນຄ່າ ທາງດ້ານ ປະຫວັດສາດ ແລະ ວັດທະນະທຳ ທີ່ມີມາແຕ່ດົນນານ ຂອງຊາດເທົ່ານັ້ນ, ແຕ່ຍັງສ້າງຄວາມດຶງດູດ ເປັນພິເສດ ໃຫ້ແກ່ນັກ ທ່ອງທ່ຽວສາກົນ ໃນຊ່ວງລະດູບຸນເຕັດ ທີ່ຄຶກຄື້ນນີ້.