ວີດີໂອ
ທະເລເມກ ສ້າງຄວາມໂດດເດັ່ນ ໃຫ້ທ່າແຮງ ການທ່ອງທ່ຽວ ເມື່ອງອ່າງ
ໃນທຸກໆປີ ແຕ່ເດືອນ ຕຸລາ ຫາ ເດືອນ ທັນວາ, ທະເລເມກໄດ້ປົກຫຸ້ມ ກິ່ວ ຕັ່ງໄກວ ແລະ ຮ່ອມພູ ເມື່ອງອ່າງ ຢູ່ ແຂວງ ດ້ຽນບຽນ, ພາກຕາເວັນຕົກສ່ຽງເໜືອ ຂອງ ຫວຽດນາມ, ດຶງດູດນັກທ່ອງທ່ຽວຫຼາຍພັນຄົນ. ດ້ວຍການໝູນໃຊ້ທ່າແຮງທາງທຳມະຊາດດັ່ງກ່າວ ພ້ອມທັງເນື້ອທີ່ປູກກາເຟກວ່າ 2.100 ເຮັກຕາ, ທ້ອງຖິ່ນ ກຳລັງພັດທະນາການທ່ອງທ່ຽວຊີວະພາບກະສິກຳ ເພື່ອສ້າງອາຊີບທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນ.